Homeຂ່າວເຫດການເປີດຫ້ອງມູນເຊື້ອວຽກງານການຕ່າງປະເທດ ສະຫລອງວັນການທູດລາວ ຄົບຮອບ 70 ປີ

ເປີດຫ້ອງມູນເຊື້ອວຽກງານການຕ່າງປະເທດ ສະຫລອງວັນການທູດລາວ ຄົບຮອບ 70 ປີ

Published on

thongloun1

ຂປລ. ​ເປີດ​ຫ້ອງ​ມູນ​ເຊື້ອ​ວຽກ​ງານ​ການ​ຕ່າງປະ​ເທດ​ ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ ວັນ​ການ​ທູດ​ລາວ​ ຄົບຮອບ 70 ປີ (12/10/1945-12/10/2015​) ທີ່​ກະຊວງ​ການ​ຕ່າງປະ​ເທດ​ ​ໂດຍ​ມີ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ​ການ​ ກະຊວງ​ການ​ຕ່າງປະ​ເທດ, ມີ​ບັນດາ​ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ​ວ່າການ-ຊ່ວຍ​ວ່າການ, ພ້ອມດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ: ການ​ສ້າງ​ຫ້ອງ​ມູນ​ເຊື້ອ ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ການ​ຕ່າງປະ​ເທດ ​ແມ່ນ​ເພື່ອ​ເຕົ້າ​ໂຮມ​ເອົາ​ຜົນງານ​ ການຈັດ​ຕັ້ງ​ປະຕິບັດ ​ແນວທາງ​ການ​ຕ່າງປະ​ເທດ​ ຂອງ​ພັກ-ລັດ ກໍ​ຄື​ຂະ​ແໜງ​ການ​ຕ່າງປະ​ເທດ ​ໃນ​ແຕ່ລະ​ໄລຍະ​ ເພື່ອ​​ເປັນ​ອະນຸສອນ​ ປະ​ໄວ້​ໃຫ້​ແກ່​ນັກ​ການ​ທູດ​ລຸ້ນໜຸ່ມ, ກໍ​ຄື​ພະນັກງານ, ທະຫານ, ຕໍາຫລວດຕະຫລອດ​ຮອດ​ນັກຮຽນ​ຮູ້, ນັກ​ສຶກສາ ​ແລະ ຜູ້​ທີ່​ມີ​ຄວາ​ມສົນ​ໃຈ ​ໄດ້​ເຂົ້າ​ຢ້ຽມ​ຊົມ, ສຶກສາ, ຄົ້ນຄວ້າ​ກ່ຽວ​ກັບ​ມູນ​ເຊື້ອ​ ຂອງ​ນັກ​ການ​ທູດ​ລຸ້ນຕ່າງໆ​ ໃນ​ໄລຍະ​ຜ່ານ​ມາ.

ຮູບ ​ພາບ ​ແລະ ​ເອກະສານ​ສໍາຄັນ​ຕ່າງໆ ​ທີ່​ນໍາ​ມາ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ ລ້ວນ​​ແຕ່​ສະ​ແດງ​ໃຫ້​ເຫັນ​ ຂະ​ບວນການ​ເຄື່ອນ​ໄຫວ​ຕໍ່ສູ້​ ໃນ​ໄລຍະ​ເຮັດ​ການ​ປະຕິວັດ​ຊາດ​ ປະຊາທິປະ​ໄຕ ​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ​ ເຊິ່ງ​ເປັນ​ການ​ຕໍ່ສູ້​ຢ່າງ​ດຸ​ເດືອດ​ ຂ້ຽວຂາດ​ອັນ​ເຕັມ​ໄປ​ດ້ວຍ​ ການ​ເສຍສະຫລະ​ເລືອດ​ເນື້ອ, ຊີວິດ​ຂອງ​ນັກຮົບ​ປະຕິວັດ ​ທີ່​ນັບ​ບໍ່ຖ້ວນ ​ບວກກັບ​ການ​ຕໍ່ສູ້ ​ໃນ​ເວທີ​ການ​ເມືອງ, ການ​ທູດ​ທີ່​ແຫລມ​ຄົມ, ​ໄດ້​ເຮັດ​ໃຫ້ການ​ປະຕິວັດ​ລາວ ​ສາມາດ​ສ້າງ​ໜ້າ​ປະຫວັດສາດ ​ອັນ​ໃໝ່, ອັນ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່​ການ​ລຸກ​ຮື້​ຂຶ້ນ​ຢືດອໍານາດ ​ແລະ ​ໄດ້​ສະຖາປະນາ​ເປັນ​ ສປປ ລາວ ຢ່າງ​ສະ​ຫງ່າຜ່າ​ເຜ​ີຍ. ພ້ອມ​ນີ້​ ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນງານ​ການ​ປະກອບ​ສ່ວນ​ຂອງ​ບັນດາ​ການ​ນໍາ​ ຂັ້ນ​ສູງ​ຂອງ​ພັກ​-ລັດ, ບັນດາ​ພະນັກງານການ​ທູດ ​ແລະ ຂະ​ແໜງ​ການ​ຕ່າງໆ ​ໃນ​ການ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ.

thongloun

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...