spot_img
Homeຂ່າວການພັດທະນາເດິນເຄື່ອງເຂື່ອນໄຟຟ້ານໍ້າງຽບ 2

ເດິນເຄື່ອງເຂື່ອນໄຟຟ້ານໍ້າງຽບ 2

Published on

2.10.2015.3

ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ເປີດນໍາໃຊ້ ແລະ ເລີ່ມເດີນເຄື່ອງຜະລິດກະແສໄຟຟ້າ ເຊື່ອມຕໍ່ລະບົບຕາຂ່າຍໄຟຟ້າ ຢ່າງເປັນທາງການ ໃນວັນທີ 02 ຕຸລາ 2015 ໂດຍໃຫ້ກຽດເປີດພິທີໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ, ມີ ທ່ານ ດຣ. ຄໍາມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ດຣ. ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍທ່ານທູດເສດຖະກິດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ຄະນະບໍລິຫານບໍລິສັດ China international (CWE) ແລະ ແຂກຖືກເຊີນເຂົ້າຮ່ວມ.

ເຂື່ອນໄຟຟ້ານໍ້າງຽບ 2 ຕັ້ງຢູ່ເມືອງຜາໄຊ, ແຂວງຊຽງຂວາງ, ໂຄງການດັ່ງກ່າວ ໄດ້ເລີ່ມດໍາເນີນການກໍ່ສ້າງມາແຕ່ວັນທີ 01 ຕຸລາ 2010 ມາເຖິງປະຈຸບັນ ໂຄງການດັ່ງກ່າວໄດ້ສໍາເລັດ 100% ໂດຍມີກໍາລັງການຕິດຕັ້ງ 180 ເມກາວັດ, ສາມາດຜະລິດພະລັງງານໄດ້ 723 ລ້ານກິໂລວັດໂມງຕໍ່ປີ, ຈຸດປະສົງຂອງໂຄງການດັ່ງກ່າວ ເພື່ອສະໜອງພະລັງງານໄຟຟ້າ ໃຫ້ໄດ້ຕາມຄວາມຕ້ອງການ ຊົມໃຊ້ຂອງສັງຄົມ ຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ສິ່ງແວດລ້ອມ ແລະ ສົ່ງຂາຍໃຫ້ຕ່າງປະເທດ ເພື່ອນໍາເອົາເງິນຕາເຂົ້າມາປະເທດ, ເຂື່ອນດັ່ງກ່າວ ແມ່ນພັດທະນາໂດຍ ບໍລິສັດ CWE ຖືຮຸ້ນ 90% ແລະ ບໍລິສັດ ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 10%, ມີມູນຄ່າການລົງທຶນທັງໝົດ 345 ລ້ານໂດລາສະຫະລັດ ແລະ ມີອາຍຸສໍາປະທານ 25 ປີ.

2.10.2015.4

ທ່ານ ດຣ. ຄໍາມະນີ ອິນທິລາດ ໄດ້ກ່າວວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການທີ່ນອນໃນແຜນແມ່ບົດ ການພັດທະນາ ພະລັງງານໄຟຟ້າໃນ ສປປ ລາວ ເພື່ອເປັນກໍາລັງແຮງທາງດ້ານເສດຖະກິດແຫ່ງຊາດ ໃນສະເພາະໜ້າ ແລະ ຍາວນານ ແນໃສ່ເພື່ອປະກອບສ່ວນໃນການພັດທະນາປະເທດ ຕາມທິດສັງຄົມນິຍົມ ເຊິ່ງຜົນຂອງການກໍ່ສ້າງ ເຂື່ອນໄຟຟ້ານໍ້າງຽບ 2 ເປັນການປະກອບສ່ວນອັນສໍາຄັນ ໃນການເຊື່ອມຕໍ່ພັດທະນາອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ ຢ່າງເປັນລະບົບ ກໍ່ຄື ການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ເຊື່ອມໂຍງທາງດ້ານ ພະລັງງານໄຟຟ້າ ໃນຂົງເຂດອາຊຽນໃນອານາຄົດອັນໃກ້ນີ້. ສະນັ້ນ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈ ປົກປັກຮັກສາ ແລະ ນໍາໃຊ້ໃຫ້ມີຜົນປະໂຫຍດສູງສຸດ.

ໃນຂະນະທີ່ ພິທີເປີດການນຳໃຊ້ເຂື່ອນໄຟຟ້ານ້ຳຊັນ 3B ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 26 ກັນຍາ 2015 ຢູ່ທີ່ເມືອງທ່າໂທມ, ແຂວງໄຊສົມບູນ, ໂດຍໃຫ້ກຽດເປັນປະທານ ພິທີຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ຂົງເຂດການຜະລິດ ແລະ ຈໍລະຈອນ. ມີບັນດາທ່ານລັດຖະມົນຕີວ່າການ-ຊ່ວຍວ່າການ, ເຈົ້າແຂວງ-ຮອງເຈົ້າແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

DSC_6789

ໂອກາດນີ້, ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ກ່າວວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າຊັນ 3Bເປັນໂຄງການໜຶ່ງທີ່ສຳຄັນ ແລະ ນອນໃນແຜນແມ່ບົດ ເພື່ອພັດທະນາລະບົບໄຟຟ້າ ຢູ່ປະເທດເຮົາຕາມແນວທາງ, ແຜນນະໂຍບາຍ, ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ທີ່ໄດ້ກຳນົດໄວ້ໃນມະຕິ ກອງປະຊຸມ ໃຫຍ່ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VII ແນໃສ່ສ້າງທຸກເງື່ອນໄຂ ແລະ ຂຸດຄົ້ນທຸກຄວາມສາມາດ ບົ່ມຊ້ອນ ເພື່ອເຮັດໃຫ້ການພັດທະນາ ຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຈັງຫວະຕໍ່ເນື່ອງ ແລະ ໜັ້ນທ່ຽງ ກາຍເປັນກຳລັງແຮງທາງດ້ານເສດຖະກິດແຫ່ງຊາດ ທັງໃນສະເພາະໜ້າ ແລະ ໄລຍະຍາວ, ແນໃສ່ພັດທະນາພື້ນຖານໂຄງລ່າງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນແຂວງໄຊສົມບູນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ໂຄງການເຂື່ອນໄຟຟ້ານໍ້າຊັນ 3Bຕັ້ງຢູ່ທີ່ເມືອງທ່າໂທມ, ແຂວງໄຊສົມບູນມີໄລຍະການກໍ່ສ້າງທັງໝົດ 3 ປີ ໂດຍເລີ້ມຕົ້ນດໍາເນີນການກໍ່ສ້າງຕັ້ງແຕ່ວັນທີ 8 ສິງຫາ 2012 ເປັນຕົ້ນມາ. ມີກຳລັງຕິດຕັ້ງທັງໝົດ 45 ເມກາວັດ, ມີກຳລັງຜະລິດໄດ້ 170 ລ້ານ ກິກກາວັດໂມງຕໍ່ປີ, ມີຄວາມສູງ 47 ເມັດ,ມີລວງຍາວ 7,100 ເມັດ,ເປັນເຂື່ອນຄອນກີດ ແລະ ເປັນໂຄງການຂອງບໍລິສັດ ພົງຊັບທະວີ ກໍ່ສ້າງ-ຂົວທາງ ຈຳກັດ ເປັນຜູ້ສໍາປະທານ.

DSC_6968

 

 

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...