Homeມູມໄອທີລາວຊຸດໂຮມເທຍເຕີບູເຣຍ ຟີລິບ ຮອງຮັບ ບູທູດ ແລະ ໄວໄຟ

ຊຸດໂຮມເທຍເຕີບູເຣຍ ຟີລິບ ຮອງຮັບ ບູທູດ ແລະ ໄວໄຟ

Published on

155144hzs3ivkms5q7uc0v
 ຟີລິບຂໍແນະນຳຊຸດໂຮມເທຍເຕີບູເຣຍ Philips HTB5570D ທີ່ມາພ້ອມກັບເທັກໂນໂລຊີ Crystal Clear Soundຮອງຮັບການເຊື່ອມຕ່ໍແບບ Bluetooth​ເຮັດໃຫ້ຊ່ວຍເຕີມເຕັມລະບົບໂຮມເທຍເຕີໃຫ້ສົມບູນແບບປະສານກັບສຸດຍອດເທັກໂນໂລຊີແຫ່ງການສະແດງພາບດ້ວຍ Blu-ray3D ທີ່ໃຫ້ຄວາມລະອຽດດ້ານພາບສູງສຸດ ສ້າງສັນຄຸນນະພາບຂອງພາບ ແລະ ສຽງລະດັບ ພຣີມຽນ
            ຊຸດໂຮມເທເຕີບູເຣຍໃໝ່ PhilipsHTB5570D ໃຫ້ໄດ້ສຽງທີ່ມີຄຸນນະພາບລະດັບ 5.1 channel ເຊີຣາວຮອບທິດທາງ ກຳລັງໄຟ 1000 RMS ມາພ້ອມທະວີດເຕີຊອບແວໂດມ 15ມມ. ພ້ອມກັບລະບົບສະທ້ອນສຽງເບສ “ໂຄງ‘ທີ່ແຂງແຮງຊົງພະລັງຂຶ້ນເຖິງ 3 ເທ່ົາ
            ເຕັມພະລັງເພື່ອໂນ້ດສຽງຕ່ຳທີ່ມີຊີວິດຊີວາເປັນພິເສດ ແລະ ລະບົບຂະຫຍາຍສຽງດິຈິຕອລແບບ DolbyTrue HD/DTS HD ເພື່ອສຽງຮອບທິດທາງ ເຕັມພະລັງ ແລະ ສຽງເບສທຸ້ມລຶກຍິ່ງຂຶ້ນ ແລະຍັງສາມາດເຊື່ອມຕ່ໍລະຫວ່າງໂທລະສັບມືຖື ແລະ ຊຸດໂຮມເທຍເຕີຜ່ານBluetoothເພື່ອໃຫ້ທ່ານສາມາດເລືອກຫຼິ້ນເພງທີ່ມັກຈາກໂທລະສັບມືຖືໄດ້ຢ່າງສະດວກຫຼາຍຂຶ້ນ+easy to enjoy music from your mobile device via blue tooth connection
            ນອກຈາກນີ້ ຊຸດໂຮມເທຍເຕີບູເຣຍໃໝ່ PhilipsHTB5570D ຍັງໄດ້ຮັບການອອກແບບມາເປັນພິເສດດ້ວຍຊ່ອງຕ່ໍHDMI2 ຊ່ອງ ຮອງຮັບກັບການໃຊ້ງານທີ່ຫຼາກຫຼາຍ ແລະ ເມື່ອມີການເຊື່ອມຕ່ໍກັບອຸປະກອນເຄື່ອງຫຼິ້ນອື່ນຈະເຮັດໃຫ້ຄຸນນະພາບຂອງພາບ ແລະ ສຽງທີ່ສະແດງຜົນສົມບູນແບບໃຫ້ສຽງຄົມຊັດແບບ 5.1channel ແລະ ດ້ວຍ ຟັງຊັ່ນWIFiໃນຕົວທີ່ສາມາດເຊື່ອມຕ່ໍອິນເຕີເນັດໄດ້ຢ່າງຖືກໃຈ ແລະທ່ານສາມາດຄວບຄຸມການເຮັດວຽກຊຸດໂຮມເທຍເຕີໄດ້ຈາກ smartphone ຂອງທ່ານພຽງດາວໂຫຼດແອພພິເຄຊັ່ນ Philipsຟັງຊັ່ນ My Remoteກໍ່ເຮັດໃຫ້ທ່ານສາມາດປ່ຽນສະມາທ໌ໂຟນເປັນຣີໂໝດຄອນໂທຣເພື່ອຄວບຄຸມການເຮັດວຽກເຄື່ອງໄດ້ຢ່າງງ່າຍດາຍ
            ນອກຈາກນີ້ຍັງໃຊ້ງານງ່າຍ ສາມາດຫຼິ້ນ ແລະຊາດ iPod/iPhone ພຽງເຊື່ອມຕ່ໍiPod/iPhone ຂອງທ່ານດ້ວຍສາຍUSB ເຂ້ົາກັບຊ່ອງສຽບ USBຂອງລະບົບໂຮມເທຍເຕີເທ່ົານັ້ນ ໃຫ້ທ່ານສາມາດຊາດ iPod/iPhoneໃນລະຫວ່າງທີ່ຫຼິ້ນເພງຊຸດໂຮມເທຍເຕີບູເຣຍໃໝ່ Philips HTB5570Dສາມາດໃຊ້ໄດ້ກັບຟໍແມັດມາດຕະຖານຕ່າງໆຂອງແຜ່ນ Blu-ray,DVD ແລະ CD (CD-R/CD-RW, DVD-Video, DVD-R/-RW, CD,DVD+R/+RW, DivX, DVD, BD Video, BD-R/RE 2.0, BD-ROM)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...