Homeຂ່າວພາຍ​ໃນຝະລັ່ງບໍ່ຮູ້ ຫຼືຄົນລາວບໍ່ແນະນຳ?

ຝະລັ່ງບໍ່ຮູ້ ຫຼືຄົນລາວບໍ່ແນະນຳ?

Published on

ທ່ອງທ່ຽວລາວ
ແອັດມິນຊຽງ ໄດ້ເຫັນການໂພສແລະສົ່ງຕໍ່ ຮູບພາບໃບໜຶ່ງທີ່ສະແດງໃຫ້ເຫັນ ນັກທ່ອງທ່ຽວຕ່າງປະເທດ 4 ຄົນ ຍິງ 2 ຄົນ ພາກັນປິນຂຶ້ນພະພຸດທະຮູບໃຫຍ່ ອົງໜຶ່ງທີ່ປະດິດສະຖານຢູ່ໃນສິມ ຂອງວັດແຫ່ງໜຶ່ງໃນເມືອງວັງວຽງ ແຂວງວຽງຈັນ, ນັກທ່ອງທ່ຽວຍິງໜ້າຕາຝຣັ່ງສອງຄົນ ໄດ້ປິນຂຶ້ນໄປນັ່ງຢູ່ເທິງຕັກຂອງ ພະພຸດທະຮູບໃຫຍ່, ນັກທ່ອງທ່ຽວຊາຍຜູ້ໜຶ່ງກຳລັງ ປິນຂຶ້ນດ້ານຂວາຂອງພະພຸດທະຮູບ ແລະອີກຜູ້ໜຶ່ງກຳລັງນັ່ງນົບມືຢູ່ແທ່ນ ພະພຸດທະຮູບ.

ຮູບພາບດັ່ງກ່າວນັ້ນ ຖືກເຜີຍແຜ່ແລະສົ່ງຕໍ່ ພ້ອມກັບຂໍ້ຄວາມວິພາກວິຈານຕໍ່ການກະທຳ ທີ່ຫຼົບຫຼູ່ພະພຸດທະຮູບ ຫຼືເປັນການກະທຳຂອງຄົນທີ່ອະວິດຊາ ເພາະຕາມຄວາມເໝາະສົມແລ້ວ ນັກທ່ອງທ່ຽວທີ່ຈະເຂົ້າໄປທ່ອງທ່ຽວປະເທດໃດ ກໍຄວນສຶກສາວັດທະນະທຳຮີດຄອງປະເພນີ ຫຼືສິ່ງຄວນຫຼືບໍ່ຄວນຂອງປະເທດນັ້ນໆ ປະເທດນັ້ນເສຍກ່ອນ ບໍ່ດັ່ງນັ້ນ, ກໍອາດຈະມີໂອກາດຜິດພາດ ລ່ວງເກີນ ຫຼືຖ້າເຂົ້າກະທຳຜິດໃນສັງຄົມ ປະເທດທີ່ເຄັ່ງຄັດເດັດຂາດໃນປະເພນີແລ້ວ ນອກຈາກຈະເປັນການລ່ວງເກີນ ກະທົບກະເທືອນຕໍ່ຄົນໃນທ້ອງຖິ່ນແລ້ວ ກໍອາດຈະເປັນອັນຕະລາຍຕໍ່ຕົນເອງ ເຖິງຂັ້ນເປັນໂທດ, ໄດ້ຮັບບາດເຈັບ ຫຼືເສຍຊີວິດກໍໄດ້.

ທ່ອງທ່ຽວລາວ

ໃນຫຼາຍປີທີ່ຜ່ານມາ ປາກົດເຫັນປຶ້ມກາຕູນແນະນຳ ສິ່ງທີ່ຄວນເຮັດແລະບໍ່ຄວນເຮັດໃນການທ່ອງທ່ຽວລາວ (ມາກັບປຶ້ມແນະນຳການທ່ອງທ່ຽວລາວ) ແຕ່ມາຮອດປັດຈຸບັນບໍ່ແນ່ໃຈວ່າ ເອກະສານແນະນຳຊຸດດັ່ງກ່າວຍັງຖືກ ແຈກຢາຍໃຫ້ນັກທ່ອງທ່ຽວຫຼືບໍ່?

ຈາກພຶດຕິກຳຂອງນັກທ່ອງທ່ຽວ ຕ່າງປະເທດດັ່ງກ່າວນັ້ນ ມັນສະທ້ອນໃຫ້ເຫັນຫຼາຍຢ່າງ ກ່ຽວກັບການທ່ອງທ່ຽວລາວ ເຊັ່ນ:
1. ນັກທ່ອງທ່ຽວບາງກຸ່ມທີ່ເຂົ້າມາທ່ຽວລາວ ບໍ່ມັກຊອກຮູ້ຮ່ຳຮຽນວິຖີຊີວິດ, ສິ່ງທີ່ຄວນຫຼືບໍ່ຄວນ ແລະຮີດຄອງປະເພນີຂອງລາວ ຈຶ່ງມີການກຳທຳອັນບໍ່ສົມມາພາຄວນ ກະທົບກະເທືອນຈິດໃຈຂອງຄົນລາວ ທີ່ນັບຖືພຸດທະສາດສະໜາ.
2. ສະຖານທີ່ທ່ອງທ່ຽວບາງແຫ່ງ ຍັງບໍ່ມີຜູ້ຕິດຕາມເບິ່ງແຍງໄດ້ທຸກເວລາ ເພາະຕາມທີ່ເຫັນໃນຮູບນັ້ນ ນັກທ່ອງທ່ຽວຍັງໃສ່ເກີບເຂົ້າໄປໃນ ບູຊະນິຍະສະຖານ ແມ່ນແຕ່ປິນຂຶ້ນໄປເທິງອົງພະພຸດທະຮູບ ເຊິ່ງຖ້າຫາກວ່າມີຄົນນຳທ່ຽວ ຫຼືມີພະນັກງານເຝົ້າຍາມ ກໍຄົງບໍ່ເກີດເຫດການຄືດັ່ງກ່າວ.
3. ອົງການຈັດຕັ້ງທີ່ກ່ຽວຂ້ອງ (ອົງການທ່ອງທ່ຽວແຫ່ງຊາດ) ຍັງຖືເບົາຕໍ່ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແກ່ນັກທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວບາງກຸ່ມບໍ່ຮູ້ວ່າ ການເຂົ້າມາທ່ອງທ່ຽວປະເທດລາວ ຕ້ອງປະຕິບັດໂຕຄືແນວໃດ.

ດັ່ງນັ້ນ, ຈຶ່ງຝາກເຖິງອົງການຈັດຕັ້ງທີ່ກ່ຽວຂ້ອງ ຄວນໄດ້ສຳຫຼວດກວດຄືນເບິ່ງວຽກງານຂອງຕົນ ເພື່ອເຮັດແນວໃດໃຫ້ການທ່ອງທ່ຽວ ຖືກເຜີຍແຜ່ທັງສະຖານທີ່, ສິ່ງທີ່ໜ້າເບິ່ງໜ້າຊົມ ແລະຮີດຄອງປະເພນີອັນດີງາມຂອງລາວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...