spot_img
Homeຍ້ອງຍໍຄົນດີເດັ່ນຈາກອາຊີບເຮັດນາ ມາເປັນເຈົ້າຂອງຟາມໄກ່ ສ້າງລາຍຮັບໄດ້ຫລາຍກວ່າ 80 ລ້ານກີບຕໍ່ປີ

ຈາກອາຊີບເຮັດນາ ມາເປັນເຈົ້າຂອງຟາມໄກ່ ສ້າງລາຍຮັບໄດ້ຫລາຍກວ່າ 80 ລ້ານກີບຕໍ່ປີ

Published on

a1261e55fe2f8fad72b0070ba5066cfc

ທ່ານ ຄຳ​ມາ ພິມ​ມະ​ສອນ ເຈົ້າ​ຂອງ​ຟາມ​ໄກ່​ບ້ານ​ນາ​ໜາດ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ໃຫ້​ສຳພາດວ່າ: ເນື່ອງ​ຈາກ​ວ່າການ​ຜະລິດ​ເຂົ້ານາ ບໍ່​ໄດ້​ຮັບ​ຜົນ​ດີ​ເທົ່າ​ທີ່​ຄວນ​ ບາງ​ປີ​ກໍ່ແຫ້ງແລ້ງ ແລະ ບາງ​ປີ​ກໍ່​ນ້ຳຖ້ວມ ​ຈຶ່ງ​ເຮັດ​ເສດຖະກິດ​ຂອງຄອບຄົວ​ບໍ່​ຄ່ອຍ​ດີ​ປານໃດ ສະນັ້ນ ຈຶ່ງ​ໄດ້​ມີ​ແນວ​ຄິດ​ຢາກ​ປ່ຽນ​ອາຊີບຈາກ​ການ​ເຮັດ​ນາ​ເປັນ​ອາຊີບ​ຕົ້ນຕໍ ​ມາ​ເຮັດ​ອາຊີບ​ອື່ນ​ແທນ ເວລານັ້ນ​ ໄດ້​ມີ​ໝູ່​ທີ່​ລ້ຽງ​ໄກ່​ພັນ​ໄຂ່ ຫຼັງຈາກ​ນັ້ນ ກໍ່​ໄດ້​ປຶກສາ​ວິທີ​ການລ້ຽງ​ຕ່າງໆ​ແລ້ວ​ໝູ່​ກໍ່​ແນະນຳ​ໃຫ້ ເມື່ອ​ໄດ້​ຄຳ​ແນະນຳ​ຈາກ​ໝູ່​ແລ້ວ ຕົນ​ເອງຈຶ່ງ​ໄດ້​ຕັດສິນ​ໃຈ​ຫັນ​ອາຊີບ​ການ​ເຮັດ​ນາ​ມາ​ລ້ຽງ​ໄກ່​ພັນໄຂ່​ເປັນ​ ສິນຄ້າ ມາ​ຮອດ​ປີ 2012 ໄດ້​ເລີ່ມປຸກ​ຟາມ​ໄກ່​ໃນ​ເນື້ອທີ່ 4 ໄລ່ ​ໃຊ້ທຶນ​ໃນ​ການ​ປຸກ​ຟາມ​ປະມານ 50 ລ້ານ​ກວ່າ​ກີບ ຊື້​ພັນ​ໄກ່ 2.000 ກວ່າ​ໂຕ ເປັນ​ເງິນ​ປະມານ 90 ລ້ານ​ກວ່າ​ກີບ ສຳລັບ​ເງິນ​ທີ່​ເອົາມາ​ລົງທຶນ​ແມ່ນ​ຢືມ​ຈາກ​ທະ​ນາຄານ ປັດຈຸບັນ ສາມາດ​ເກັບ​ໄຂ່ໄດ້ 60-70 ແຕະ​ຕໍ່​ມື້ ສ້າງ​ລາຍຮັບ​ໄດ້​ປີ​ລະ 80 ລ້ານ​ກີບ ການຈຳໜ່າຍ​ແມ່ນ​ຈະ​ມີ​ແມ່​ຄ້າ​ມາ​ຮັບ​ຊື້​ຢູ່​ຟາມ​ເລີຍ ນອກຈາກ​ນີ້ ຍັງລ້ຽງ​ປາ​ສ້າງ​ລາຍ​ຮັບ​ໄດ້ 80 ລ້ານ​ກີບ​ຕໍ່​ປີ ແລະ ເຮັດ​ນາ​ປູກເຂົ້າ​ນຳ​ອີກ.

ທ່ານ ຄຳ​ມາ ພິມ​ມະ​ສອນ ຍັງໃຫ້​ຮູ້​ຕື່ມ​ວ່າ: ເມື່ອ​ທຽບ​ກັບ​ການເຮັດ​ນາ ​ແມ່ນ​ມີ​ຄວາມ​ສະບາຍກວ່າ ​ເພາະວ່າ​ລ້ຽງ​ໄກ່​ແມ່ນ​ຈະເກືອ​ເປັນ​ໂມງ​ເປັນ​ເວລາ ເກືອ​ມື້ລະ 3 ເທື່ອ ສ່ວນ​ເວລາ​ຫວ່າງແມ່ນ​ເຮັດ​ອາຊີບ​ເສີມ ຫຼັງ​ຈາກ​ທີ່ຫັນ​ມາ​ລ້ຽງ​ໄກ່​ພັນ​ໄຂ່​ເປັນ​ອາຊີບ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງຄອບຄົວ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ຫຼາຍເທົ່າ ສາມາດ​ສົ່ງ​ລູກ​ຮຽນ ມີເຮືອນ​ຢູ່​ຖາວອນ ແລະ ຊື້​ເຄື່ອງຮັບ​ໃຊ້​ໃນ​ຄອບຄົວ​ໄດ້​ຈຳນວນໜຶ່ງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...