Homeປະເພນີ-ວັດທະນະທຳສູນກາງ ຊປປລ ຈັດງານສະແດງສີລະປະ ຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ຄັ້ງທີ 42

ສູນກາງ ຊປປລ ຈັດງານສະແດງສີລະປະ ຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ຄັ້ງທີ 42

Published on

d36f8e69fce341ef60cf02444591c453

ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນປະຕິວັດ​ລາວ (​ຊປປລ) ໄດ້​ຈັດງານ​ວາງສະແດງ​ສິລະ​ປະ-ວັດທະນະ​ທຳ​ຂອງ​ຄະນະ​ຊາວ​ໜຸ່ມລາວ ໂຄງການ​ຊາວ​ໜຸ່ມ​ເດີນ​ທະເລ​ອາ​ຊຽນ-ຍີ່ປຸ່ນ ຄັ້ງ​ທີ 42 ປະຈຳປີ 2015 ວັນ​ທີ 7 ຕຸລາ 2015 ຢູ່​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ວິໄລ​ວົງ ບຸດ​ດາ​ຄຳ ເລຂາຄະນະ​ບໍລິຫານ​ງານ​ສູນ​ກາງ ​ຊປປລ ມີ​ທ່ານ ທັດ​ສະ​ພອນ ເລີດຖາວອນ ຫົວໜ້າ​ຄະນະ​ຊາວ​ໜຸ່ມລາວ ໂຄງການ​ຊາວ​ໜຸ່ມ​ເດີນ​ທະເລ​ອາ​ຊຽນ-ຍີ່ປຸ່ນ ພ້ອມ​ດ້ວຍ​ບັນດາ​ທູດ ທູຕານຸທູດປະເທດ​ອາຊຽນ ພະນັກງານ​ການ​ນຳຊາວໜຸ່ມ ສະມາຊິກ​ຊາວ​ໜຸ່ມ ຕະຫຼອດ​ຮອດ​ພໍ່​ແມ່​ປະຊາຊົນ​ພາຍໃນ​ນະຄອນຫຼວງ​ວຽງ​ຈັນ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ​ເລຂາ​ຄະນະ​ບໍລິຫານງານ​ສູນ​ກາງ ​ຊປປລ ກ່າວ​ວ່າ: ໂຄງການ​ຊາວ​ໜຸ່ມ​ເດີນ​ທະເລອາ​ຊຽນ-ຍີ່ປຸ່ນ ແມ່ນ​ໂຄງການຮ່ວມ​ມື​ລະຫວ່າງ​ລັດຖະບານ​ຍີ່ປຸ່ນ ​ກັບ​ລັດຖະບານ​ບັນດາ​ປະເທດອາ​ຊຽນ ທີ່​ໄດ້​ສ້າງຕັ້ງ​ໃນ​ປີ 1974 ໃນ​ເບື້ອງ​ຕົ້ນ​ມີ 5 ປະເທດ​ສະ​ມາຊິກ​ອາ​ຊຽນ​ເຂົ້າ​ຮ່ວມ​ໂຄງການ ຄື: ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ສິງກະ​ໂປ ຟີ​ລິບ​ປິນ ແລະ ໄທ ຍ້ອນເຫັນ​ໄດ້​ຄວາມ​ສຳຄັນ​ ການ​ພົວພັນ​ໃນ​ອະນາຄົດ​ຂອງ​ການ​ພົວພັນຮ່ວມ​ມື ມາ​ໃນ​ປີ 1985 ປະເທດບຣູ​ໄນ ເຂົ້າ​ຮ່ວມ 1996 ປະເທດຫວຽດນາມ​ເຂົ້າ​ຮ່ວມ 1998 ​ສປປ ລາວ ມຽນ​ມາ​ເຂົ້າ​ຮ່ວມ ແລະ ມາ​ຮອດ​ປີ 2000 ປະເທດກຳປູເຈຍ​ເຂົ້າ​ຮ່ວມ​ເປັນ​ອັນ​ດັບ​ທີ 10 ເຊິ່ງ​ການສະແດງ​ດັ່ງກ່າວໃນ​ຄັ້ງ​ນີ້ ​ເປັນ​ກິດຈະກຳ​ໜຶ່ງ​ໃນເດືອນ​ຕຸລາ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ ເຊັ່ນ: ວັນປະກາດ​ເອກະລາດ 12 ຕຸລາ ວັນການ​ທູດ​ລາວ ຄົບຮອບ 70 ປີ ທັງ​ເປັນ​ການ​ສ້າງ​ຂະ​ບວນ​ການຄຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ VII ແລະ ກອງ​ປະຊຸມໃຫຍ່ ​ຄັ້ງ​ທີ X ຂອງ​ພັກ ພ້ອມ​ກັນນັ້ນ ກໍ່​ເພື່ອ​ສະເຫຼີມສະຫຼອງ​ສາຍພົວພັນ​ການ​ທູດ ລະຫວ່າງ ​ສປປ ລາວ-ຍີ່ປຸ່ນ ຍີ່ປຸ່ນ-​ສປປ ລາວ ຄົບຮອບ 60 ປີ ແລະ ວັນ​ສຳຄັນຕ່າງໆ​ຂອງ​ຊາດ ນອກ​ນີ້ ການພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະເທດສະມາຊິກ​ອາ​ຊຽນ ແລະ ຍີ່ປຸ່ນ ໄດ້​ເລີ່ມ​ມາ​ຕັ້ງແຕ່​ປີ 1973 ເປັນຕົ້ນ​ມາ ເຊິ່ງ​ໃນ​ໄລຍະ​ໃໝ່​ນີ້ ຍີ່ປຸ່ນ ແລະ ປະເທດ​ສະມາຊິກ​ອາ​ຊຽນ ໄດ້​ຮ່ວມ​ກັນ​ວາງ​ຍຸດ​ທະ​ສາດ ເພື່ອປະຕິບັດ​ໂຄງການ​ແລກປ່ຽນ​ໃນຫຼາຍ​ລະດັບ​ຢ່າງ​ກວ້າງຂວາງ ເປັນຕົ້ນ ທາງ​ດ້ານ​ການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ວຽກ​ງານ​ຊາວ​ໜຸ່ມ ແລະ ການທ່ອງ​ທ່ຽວ.

ສຳລັບ​ການສະແດງ​ສິລະ​ປະ-ວັດທະນະທຳ​ຂອງ​ຄະນະ​ຊາວໜຸ່ມ​ລາວ​ ໂຄງການ​ຊາວ​ໜຸ່ມ​ເດີນທະເລ​ອາ​ຊຽນ-ຍີ່ປຸ່ນ ຄັ້ງ​ທີ 42 ປະຈຳ​ປີ 2015 ປະກອບ​ມີ: ບົດຟ້ອນ​ສຽງ​ກອງ​ສະຫຼອງ​ໄຊ ສິລະປະ-ວັນນະຄະດີ​ເລື່ອງ ກຳພ້າ​ຜີນ້ອຍ ໄລຍະ 1 ແລະ ໄລຍະ 2 (ຕອນ​ຈົບ) ການສະແດງ​ລວມ​ໝູ່ຈາກ​ອະດີດ​ຄະນະ​ຊາວ​ໜຸ່ມ​ລາວ ໂຄງການ​ຊາວ​ໜຸ່ມ​ເດີນ​ທະເລອາ​ຊຽນ-ຍີ່ປຸ່ນ ແຕ່​ປີ 1978 ເຖິງປີ 2014 ການສະແດງ​ຈາກ​ອະດີດ​ຄະນະ​ຊາວ​ໜຸ່ມ​ລາວ ໂຄງການ​ຊາວ​ໜຸ່ມ​ເດີນ​ທະເລອາຊຽນ-ຍີ່ປຸ່ນ ປີ 2014 ແລະ ຮ້ອງເພງ ລວມ​ຊື່ Live High ນອກຈາກ​ນີ້ ພາຍ​ໃນ​ງານ​ດັ່ງກ່າວ​ ຍັງໄດ້​ມີ​ການ​ມອບ​ໃບ​ກຽດ​ຕິ​ຄຸນ ແລະ ໃບ​ຍ້ອງຍໍ​ໃຫ້​ແກ່​ຜູ້​ສະໜັບສະ​ໜູນ​ໂຄງການ​ດັ່ງກ່າວ​ອີກດ້ວຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...