Homeມູມໄອທີລາວເຜີຍພາບໃໝ່ຂອງ XPERIA Z1s ສະມາກໂຟນທີ່ຖືກລັງສີຫຍໍ້ສ່ວນ

ເຜີຍພາບໃໝ່ຂອງ XPERIA Z1s ສະມາກໂຟນທີ່ຖືກລັງສີຫຍໍ້ສ່ວນ

Published on

<ignore_js_op>

ເຜີຍພາບໃໝ່ຂອງ XPERIA Z1s ສະມາກໂຟນທີ່ຖືກລັງສີຫຍໍ້ສ່ວນ

ເມື່ອວັນທີ 12 ທີ່ຜ່ານມາເຊິ່ງມີລາຍງານວ່າທາງ Sony ໄດ້ຈັດງານອີເວັ້ນທີ່ເມືອງຊຽງໄຮ້ ປະເທດຈີນ ໂດຍຄາດຫວັງວ່າຈະມີ XPERIA Smartphone ລຸ້ນໃໝ່ເປີດຕົວໃນງານດັ່ງກ່າວ ແຕ່ກໍເປັນທີ່ໜ້າເສຍດາຍເພາະວ່າບໍ່ເຫັນເລີຍແມ້ແຕ່ເງົາ ຢ່າງໃດກໍຕາມເຖິງຈະບໍ່ມີການເປີດຕົວແລະມາດຕະການທີ່ປ້ອງກັນເຄື່ອງທົດສອບຫຼຸດສູ່ອິນເຕີເນັດທີ່ເບິ່ງແຂ່ງຂັນນັ້ນຈະມີຜົນກະທົບຫຼາຍຂື້ນ ແຕ່ກໍຍັງມີພາບຊຸດໃໝ່ຂອງ XPERIA Z1s ຫຼືເຄື່ອງ Z1 ທີ່ຖືກລັງສີຫຍໍ້ສ່ວນທີ່ໄດ້ຖືກໂພສລົງໃນອິນເຕີເນັດຟໍຣຳແຖວໆ ຣັດເຊຍເປັນການທ້າທາຍຄືເກົ່າ ພາຍຫຼັງຈາກການເປີດຕົແລະກຽມພ້ອມທີ່ຈະວາງຈຳໜ່າຍໃນຕະຫຼາດປະເທດຍີ່ປຸ່ນໃນຊື່ຂອງ XPERIA Z1 f ຊ່ວງເດືອນທັນວານີ້ເປັນບ່ອນທຳອິດ

180445o0fx0kexifjmkf8f

 

180507os9avxa9jrrz4a6a

 

180501l6dm95mkfl6hm9w4

 

ເຊິ່ງເມື່ອເປີດຕົວໄປແລ້ວໃນຕະຫຼາດຍີ່ປຸ່ນ ຂໍ້ມູນສ່ວນໃຫຍ່ທີ່ສາມາດຢືນຢັນໄດ້ ແມ່ນ ໜ່ວຍປະມວນຜົນ Qualcomm Snapdragon 800 ພ້ອມກັບ RAM 2GB ແລະກ້ອງຫຼັກຄວາມລະອຽດ 20.7 ລ້ານພິກເຊວ ພາຍໃນຕົວເຄື່ອງຂະໜາດປະມານ XPERIA S ມີໜ້າຈໍ 4.3 ນິ້ວ ຄວາມລະອຽດ HD720 ແລະອາດຈະເປີດຕົວກັນດ້ວຍລະບົບປະຕິບັດການ Android 4.3 ຕັ້ງແຕ່ອອກຈາກກ່ອງ…. ສ່ວນທີ່ຕ້ອງລຸ້ນນຳກັນກໍຄື ພື້ນໜ່ວຍຄວາມຈຳ eMMC ວ່າທາງ Sony ຈະໃສ່ມາໃຫ້ເທົ່າໃດສຳລັບລຸ້ນຕະຫຼາດໂລກ (ຫວັງວ່າຄົງຈະບໍ່ຊ້ຳຮອຍຄືກັບ XPERIA V)

ມີຂ່າວລືອີກຂ່າວໜຶ່ງ ທີ່ໄດ້ລະບຸບອກວ່າ ເຄື່ອງ XPERIA Z1s ຈະເປັນເຄື່ອງທຳອິດຂອງປີ 2014 ດ້ວຍການເລີ່ມຕົວອັກສອນໃໝ່ໃນລະຫັດຕົວ D ໂດຍຄາດການວ່າຈະໃຊ້ໝາຍເລກ D5503 ແລະມີລະຫັດພັດທະນາພາຍໃນ XPERIA Amami

<ignore_js_op> <ignore_js_op><ignore_js_op>

ທີ່ມາ:www.deklao.com

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...