Homeຂ່າວເຫດການມອບ - ຮັບໜ້າທີ່ຮັກສາການ ຫົວໜ້າຫ້ອງການ ກະຊວງ ຖວທ

ມອບ – ຮັບໜ້າທີ່ຮັກສາການ ຫົວໜ້າຫ້ອງການ ກະຊວງ ຖວທ

Published on

kasuang

ຂປລ. ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ຈັດ​ພິທີ​ມອບ​-ຮັບ​ໜ້າ​ທີ່ ລະຫວ່າງ ທ່ານ ຂັນ​ທອງ ມະ​ໂນ​ທຳ, ຫົວໜ້າ​ຫ້ອງ​ການກະຊວງ ຜູ້​ເກົ່າ​ (ເຂົ້າ​ຮັບ​ເບ້ຍ​ບຳນານ) ​ແລະ ທ່ານ ວັນ​ສີ ກົວມົວ, ​ເປັນຜູ້​ຮັກສາ​ການ ຫົວໜ້າ​ຫ້ອງ​ການກະຊວງ ຜູ້​​ໃໝ່ ​ໃນ​ວັນ​ທີ 9 ຕຸລາ 2015 ທີ່​ກະຊວງ​ດັ່ງກ່າວ, ​ໂດຍ​​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນຕີ​ວ່າການ​ກະຊວງ ຖວທ, ມີ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານພາຍ​ໃນ​ຫ້ອງການ ​(ຖວທ)​ ເຂົ້າ​ຮ່ວມ.

ໃນ​ໂອກາດ​ນີ້, ທ່ານ​ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ກໍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ ທ່ານ ຂັນ​ທອງ ​ມະ​ໂນ​ທຳ, ທີ່​ໄດ້ນຳພາ​ ພະນັກງານ​ພາຍ​ໃນ​ຫ້ອງການ​ ເຄື່ອນ​ໄຫວ​ໜ້າ​ທີ່​ວຽກ​ງານ​ ວິ​ຊາ​ສະ​ເພາະ ​ຢ່າງ​ມີ​ຜົນສຳ​ເລັດ​ຫລາຍ​ດ້ານ​​ ຕະຫລອດ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ໂອ້​ລົມ ​ໃຫ້​ທິດ​ຊີ້​ນຳ​ຕໍ່​ພະນັກງານ​ ພາຍ​ໃນ​ຫ້ອງການ​ກະຊວງ ກໍ​ຄື ທ່ານ ວັນ​ສີ ກົວ​ມົວ ຮັກສາ​ການ​ຫົວໜ້າ​ຫ້ອງການ​ກະຊວງຜູ້​ໃໝ່ ຈົ່ງຕັ້ງໜ້າ​ບຸກບືນ, ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ, ພະຍາຍາມ​ເປັນ​ເຈົ້າ​ການ​​ ສະ​ແຫວ​ງຫາ​ເງື່ອນ​ໄຂ​ຕ່າງ​ໆ ທີ່​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຫ້ອງການ​ກະຊວງ; ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​​ ການ​ເມືອງ​ໃຫ້​ສູງ; ຊອກ​ທຸກ​ວິທີ​ທາງ​ເພື່ອ​ເຮັດ​ໃຫ້​ວຽກ​ງານ ​ເດີນ​ແມ່ນ​ແລ່ນ​ສະດວກ; ຖ້າ​ມີ​ບັນຫາ​ຫຍຸ້ງຍາກ​ ກໍ​ໃຫ້​ສົມທົບ​ໂດຍ​ກົງ ​ກັບ​ການ​ນຳ​ກະຊວງ ​ເພື່ອ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ວຽກ​ງານ ​ມີ​ຄວາມ​ສະດວກ ​ແລະ ສືບ​ຕໍ່​ເສີມ​ຂະຫຍາຍ​ຈຸດ​ດີ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ໄລຍະ​ຜ່ານ​ມາ, ​ແກ້​ໄຂ​ຈຸດ​ອ່ອນ ​ຂໍ້ຄົງຄ້າງ​ ບາງ​ຢ່າງ​​ໃຫ້​ກາຍ​ເປັນ​ຈຸດ​ດີ, ​ເຮັດ​ໃຫ້​ວຽກ​ງານ​ຫ້ອງການ​ກະຊວງ​ ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ໃໝ່​ ໃຫຍ່​ຫລວງ​ກວ່າ​ເກົ່າ, ສ້າງ​ໄດ້ຜົນ​ງານ​ອັນ​ດີ​ເດັ່ນ​ຂຶ້ນ​ເລື້ອຍໆ ​ເພື່ອ​ປະກອບສ່ວນ​ເຮັດ​ໃຫ້​ກະຊວງ ຖວທ ​ໄດ້​ຮັບ​ການ​ພັດທະນາ​ຍິ່ງໆ​ຂຶ້ນ.​ ທັງ​ວຽກ​ງານ​ກຸ່ມ​ເສນາ​ທິການ ​ແລະ ວຽກ​ງານ​ວິຊາ​ການ​ຕ່າງໆ ​ເດີນ​ແມ່ນ​ແລ່ນ​ສະດວກ ​ໂດຍ​ມີ​ຫ້ອງການ​ເປັນ​ຈຸດ​ປະສານ​ງານ​ທີ່​ເຂັ້ມ​ແຂງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...