Homeຂ່າວຕ່າງປະເທດຮອງມຸງກຸດຣາຊະກຸມານອາຣັບບີ ຊາອຸດິດ ເຂົ້າຫາລືປະທານາທິບໍດີ ປູຕິນ ກ່ຽວກັບບັນຫາຢູ່ຊີຣີ

ຮອງມຸງກຸດຣາຊະກຸມານອາຣັບບີ ຊາອຸດິດ ເຂົ້າຫາລືປະທານາທິບໍດີ ປູຕິນ ກ່ຽວກັບບັນຫາຢູ່ຊີຣີ

Published on

RUSSIA-SAUDI-POLITICS-DIPLOMACY

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ຕຸລານີ້ວ່າ ເຈົ້າຊາຍໂມຮຳໝັດ ບິນ ຊັນມານ ຮອງມຸງກຸດຣາຊະກຸມານ ແລະ ລັດຖະມົນຕີປ້ອງກັນປະເທດແຫ່ງອາຣັບບີ ຊາອຸດິດ ໄດ້ເດີນທາງເຂົ້າພົບກັບ ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍໃນມື້ວານນີ້ (11 ຕຸລາ) ທີ່ເມືອງໂຊຊິ ປະເທດຣັດເຊຍ ເພື່ອປຶກສາຫາລືທາງການເມືອງ ໃນການຫາວິທີຢຸດຕິສົງຄາມໃນຊີຣີ ຫລັງຈາກທີ່ຣັດເຊຍໄດ້ເຂົ້າມາມີບົດບາດໃນການໂຈມຕີກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີໃນທ້າຍເດືອນກັນຍາຜ່ານມາ.

ທັງສອງຝ່າຍໄດ້ຢືນຢັນວ່າ ອາຣັບບີ ຊາອຸດິດ ແລະ ຣັດເຊຍ ມີຈຸດໝາຍດຽວກັນໃນບັນຫາຊີຣີ ໂດຍສິ່ງທີ່ສຳຄັນທີ່ສຸດກໍຄື ຈະປ່ອຍໃຫ້ກຸ່ມລັດອິດສະລາມກໍ່ການຮ້າຍ ເຂົ້າມາຄອບຄອງຊີຣີບໍ່ໄດ້.

 

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...