spot_img
Homeຂ່າວຕ່າງປະເທດຕວກກີເຊື່ອວ່າກຸ່ມຫົວຮຸນແຮງໄອເອັສ ກ່ຽວຂ້ອງກັບຄະດີລະເບີດສະລະຊີບ

ຕວກກີເຊື່ອວ່າກຸ່ມຫົວຮຸນແຮງໄອເອັສ ກ່ຽວຂ້ອງກັບຄະດີລະເບີດສະລະຊີບ

Published on

EyWwB5WU57MYnKOuXocdyjOXCZb9bz2QeXabgfLPPui0EoVJXhFdZv

ເມື່ອ​ວັນທີ່ 11 ຕຸລາ ທາງ​ການ​ຕວກກີ​ເປີດ​ເຜີຍ​ຄວາມ​ຄືບ​ໜ້າ​ເຫດ​ລະ​ເບີດ​ສະ​ເທືອນ​ຂວັນ 2 ເທື່ອ​ຊ້ອນ ກ່ອນ​ໜ້າ​ງານ​ຊຸມ​ນຸມ​ຮຽກຮ້ອງ​ສັນ​ຕິ​ພາບ ໃກ້​ກັບສະ​ຖາ​ນີ​ລົດ​ໄຟ​ໃນ​ນະຄອນຫລວງ​ອັງ​ການ​າ ໂດຍ​ທ່ານ​ອາ​ເໝັດ ກາ​ວູ​ໂຕ​ກູ ນາຍົກຣັດຖະມົນຕຣີ​ຕວກກີ ກ່າວ​ວ່າ ຍອດ​ຜູ້​ເສຍຊີວິດ​ໃນ​ເຫດການ​ເທື່ອ​ນີ້​ໄດ້​ເພີ່ມ​ເປັນ 95 ຄົນ ບາດ​ເຈັບ 246 ຄົນ ໃນ​ຈຳນວນ​ນີ້​ອາການ​ສາ​ຫັດ 48 ຄົນ ແພດ​ຢູ່​ລະຫວ່າງ​ເບິ່ງ​ອາການ​ຢ່າງ​ໃກ້​ຊິດ ຈາກ​ກໍລະນີ​ນີ້​ທີ່​ຖື​ເຫດການເສົ້າສະຫລົດຮຸນແຮງ​ເທື່ອ​ປະຫວັດ​ສາດ ລັດຖະບານ​ຈຶ່ງ​ຂໍ​ປະ​ກາດ​ໄວ້​ອາໄລ​ທົ່ວ​ປະເທດ​ເປັນ​ເວລາ 3 ມື້

ນອກ​ຈາກ​ນີ້ ທ່ານ​ ກາ​ວູ​ໂຕ​ກູ​ຍັງ​ເປີດ​ເຜີຍ​ວ່າ ຈາກ​ການ​ສືບ​ສວນ​ເບື້ອງ​ຕົ້ນ ພົບ​ສິ່ງ​ບົ່ງ​ບອກ​ວ່າ​ເປັນ​ຝີ​ມື​ຂອງ​ມື​ລະ​ເບີດ​ສະລະ​ຊີບ 2 ຄົນ ແລະ​ໃນ​ທີ່​ເກີດ​ເຫດ​ເຈົ້າ​ຫນ້າທີ່​ຍັງ​ພົບ​ໝາກ​ບານ​ເຫລັກ​ສະ​ຫລັບ​ປືນ​ຕົກ​ຢູ່​ ເຫັນ​ໄດ້​ແຈ້ງ​ວ່າ​ຄົນ​ຮ້າຍ​ຕ້ອງ​ການສ້າງ​ຄວາມ​ເສຍ​ຫາຍ​ເປັນ​ວົງ​ກວ້າງ ຈຶ່ງ​ບໍ່​ຕັດ​ຄວາມ​ເປັນ​ໄປ​ໄດ້​ທີ່​ວ່າ ກອງ​ກຳ​ລັງ​ລັດ​ອິດສະ​ລາມ ຫລື ໄອເອັສ ມີ​ສ່ວນ​ກ່ຽວ​ຂ້ອງ ເນື່ອງ​ຈາກ​ກຸ່ມ​ເຫລົ່າ​ນີ້​ມີ​​ການ​ກໍ່​ເຫດ​ໃນ​ລັກສະນະ​ດັ່ງ​ກ່າວ ເຖິງວ່າ​ຫລັງ​ຈາກ​ເກີດ​ເຫດ​ຍັງ​ບໍ່​ມີ​ກຸ່ມ​ໃດ​ປະ​ກາດ​ຕົວ​ຮັບ​ຜິດຊອບ

ຢ່າງໃດ​ກໍ​ຕາມ ທ້າວ​ເຊ​ລາ​ຮັດ​ຕິນ ເດ​ເມຍ​ຕາດ ຫົວ​ໜ້າ​ພັກ​ເອດ​ດີ​ພີ ຜູ້​ຈັດ​ງານ​ຊຸມ​ນຸມ​ບໍລິເວນ​ໜ້າ​ສະ​ຖາ​ນີ​ລົດ​ໄຟ​ເທື່ອ​ນີ້ ກ່າວ​ຫາ​ວ່າ​ເຫດ​ລະ​ເບີດ​ເປັນ​ຝີ​ມື​ຂອງ​ລັດ​ທີ່​ເຮັດ​ຕົວ​ເປັນ​ມາ​ເຟຍ ພ້ອມ​ລະ​ບຸ​ວ່າ​ຍອດ​ເສຍຊີວິດ​ທີ່​ແທ້​ຈິງ​ຄື 128 ຄົນ ຊຶ່ງ​ທ້າວເຊ​ລາ​ມີ ອັນ​ຕິ​ນັອກ ກ່າວ​ຕອບ​ໂຕ້​ວ່າ ເປັນ​ຂໍ້​ກ່າວ​ຫາ​ທີ່​ຂາດ​ສາ​ລະ ແລະ​ຕົນ​ຈະ​ບໍ່​ຍອມ​ລາ​ອອກ​ເພື່ອ​ຮັບ​ຜິດຊອບ​ຢ່າງ​ແນ່ນອນ

ຕໍ່​ມາ​ເກີດ​ການ​ປະ​ທະ​ລະຫວ່າງ​ປະຊາຊົນ​ກັບ​ເຈົ້າ​ຫນ້າທີ່​ຕຳຫ​ລວດ ຫລັງ​ມີ​ຊາວບ້ານ​ປະ​ມານ 70 ຄົນ ພະຍາຍາມ​ຈະ​ເຂົ້າໄປ​ໃນ​ທີ່​ເກີດ​ເຫດ ເພື່ອ​ວາງ​ຊໍ່​ດອກ​ໄມ້​ແລະ​ສິ່ງ​ຂອງ​ໄວ້​ອາໄລ ຈົນ​ຕຳຫລວດຕ້ອງ​ຍິງ​ແກັສ​ນ້ຳ​ຕາສະ​ກັດ​ກັ້ນ ພ້ອມ​ຊີ້​ແຈງ​ເຫດຜົນ​ວ່າ ທີ່​ບໍ່​ໃຫ້​ເຂົ້າ​ເພາະ​ເຈົ້າ​ຫນ້າທີ່​ຍັງ​ສືບ​ສວນ​ບໍ່​ສຳເລັດ ຢ້ານ​ຈະ​ໄປ​ທຳລາຍ​ຫລັກ​ຖານ ນອກ​ຈາກ​ນີ້ ຍັງມີ​ການ​ຊຸມ​ນຸມ​ໄວ້​ອາໄລ​ທີ່​ຈະຕຸລັດ​ໃຈ​ກາງ​ນະຄອນຫລວງ​ອັງ​ການ​າ ມີ​ຜູ້​ເຂົ້າ​ຮ່ວມ​ຫລາຍ​ພັນ​ຄົນ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...