Homeປ່ອງຢ້ຽມດວງດາວດາວເຄາະນ້ອຍຂະໜາດເທົ່າ 1/4 ພູເຂົາເອເວີລ໌ເຣດຕ໌ ກຳລັງຈະຜ່ານໂລກ

ດາວເຄາະນ້ອຍຂະໜາດເທົ່າ 1/4 ພູເຂົາເອເວີລ໌ເຣດຕ໌ ກຳລັງຈະຜ່ານໂລກ

Published on

star_1

ອົງ​ການ​ນາ​ຊ່າ ເຜີຍ ຈະ​ມີ​ດາວ​ເຄາະ​ນ້ອຍ​ຂະໜາດ 1/4 ຂອງ​ພູເຂົາ​ເອ​ເວີລ໌​ເຣດຕ໌ ​ຜ່ານ​ໂລກ​ດ້ວຍ​ຄວາມ​ໄວ​ຫລາຍກວ່າ 64,300 ກິ​ໂລ​ແມັດ/ຊົ່ວ​ໂມງ ພາຍ​ໃນ 48 ຊົ່ວ​ໂມງ​ນີ້ ຫລື​ໃນ​ວັນ​ເສົາ​ນີ້ (10 ຕຸລາ) ພ້ອມ​ຢືນຢັນ ບໍ່​ເປັນ​ອັນຕະລາຍ​ຕໍ່​ໂລກ
ເມື່ອ​ວັນທີ່ 8 ຕຸລາ ເວັບ​ໄຊຕ໌​ເດ​ຣີ່​ສະ​ຕາລ໌ ເຜີຍ​ລາຍ​ງານ​ຈາກ​ອົງ​ການ​ບໍລິຫານ​ການ​ບິນ ​ແລະ ​ອາວະ​ກາດ​ແຫ່ງ​ຊາດ ຫລື ນາ​ຊ່າ ວ່າ ພົບ​ດາວ​ເຄາະ​ນ້ອຍ​ຊື່​ວ່າ 86666 ຊຶ່ງ​ຕາມ​ການ​ວັດ​ແບບ​ຄາດ​ເດົາ​ວ່າ​ມີ​ຂະໜາດ​ຢູ່​ທີ່​ລະຫວ່າງ 1,120 – 2,570 ແມັດ ປຽບທຽບ​ໃຫຍ່​ເທົ່າ​ກັບ 1 ໃນ 4 ຂອງ​ພູເຂົາ​ເອ​ເວີລ໌​ເຣດຕ໌ ກຳ​ລັງ​ຈະ​ຜ່ານ​ໂລກ​ດ້ວຍ​ຄວາມ​ໄວ​ ຫລື 64,300 ກິ​ໂລ​ແມັດ/ຊົ່ວ​ໂມງ ນັບ​ວ່າ​ເປັນ​ໜຶ່ງ​ໃນ​ດາວ​ເຄາະ​ນ້ອຍ​ທີ່​ມີ​ຂະໜາດ​ໃຫຍ່​ທີ່ສຸດ​ທີ່​ເຄື່ອນ​ຕົວ​ເຂົ້າ​ໃກ້​ໂລກ​ໃນ​ໄລຍະ​ທີ່​ຜ່ານມາ​ນີ້
ດ້ານ​ນັກ​ດາ​ລາ​ສາດ​ກຳ​ລັງ​​ເບິ່ງ​ວັດ​ຖຸ​ດັ່ງ​ກ່າວ​ຢ່າງ​ໃກ້​ຊິດ ໂດຍ​ຄາດ​ວ່າ​ຈະ​ເຄື່ອນ​ຕົວ​ຜ່ານ​ໂລກ​ຢ່າງ​ປອດ​ໄພ​ໃນ​ວັນເສົາ (10 ຕຸລາ) ນອກ​ນີ້​ທາງ​ນາ​ຊ່າ​ເຜີຍ​ວ່າ ດາວ​ເຄາະ​ນ້ອຍ​ດວງ​ນີ້​ຈະ​​ຜ່ານ​ໂລກ​ທີ່​ໄລ​ຍະ​ຫ່າງ​ໄກ​ອອກ​ໄປ​ກວ່າ​ຫລາຍ​ ຈຶ່ງ​ບໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ມັນ​ຈະ​​ຊົນ​ໂລກ
ຢ່າງໃດ​ກໍ​ດີ​ທາງ​ຜູ້​ຊ່ຽວຊານ​ດ້ານ​ດາ​ລາ​ສາດ​ຂອງ​ມະຫາ​ວິທະຍາ​ໄລ​ບັດ​ກິງ​ແຮມ​ເຊີລ໌​ໃນ​ປະເທດອັງກິດ ເຜີຍ​ວ່າ ຕອນ​ນີ້​ຍັງມີ​ດາວ​ເຄາະ​ນ້ອຍ​ຈຳນວນ​ຫລາຍ​ທີ່​ອາດຈະ​ມີ​ຄວາມ​ອັນຕະລາຍ​ ແລະ ​ຍັງ​ບໍ່​ຖືກ​ຄົ້ນ​ພົບ ຊຶ່ງ​ຄວາມ​ໜ້າ​ຢ້ານ​ຢູ່​ທີ່​ໃນ​ອະນາຄົດ​ຫາກ​ມີ​ດາວ​ເຄາະ​ນ້ອຍ​ທີ່​ມີ​ລັດສະ​ໝີວົງ​ໂຄຈອນ​ກວ້າງ ມັນ​ອາດຈະ​ກາຍ​ເປັນ​ປະ​ຈະຫ​ລວດ​​ທີ່​​ຊົນ​ໂລກ​ໄດ້ ໂດຍ​ທາງ​ນັກ​ວິທະຍາ​ສາດ​ໄດ້​ກຳ​ລັງ​ກຽມ​ວິທີ​ການ​ ແລະ ​ຄວາມ​ພ້ອມ​ເພື່ອ​ທີ່​ຈະ​ຮັບ​ມື​ກັບ​ໄພ​ຄຸກ​ຄາມ​ຈາກ​ດາວ​ເຄາະ​ນ້ອຍ​ຢ່າງ​ເຕັມ​ຄວາມ​ສາມາດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...