Homeຂ່າວພາຍ​ໃນຜູ້ໃຊ້ບໍລິການຮ້ອງໂອ໊ກ ໝໍຄລີນິກຟັນຄ່າຢາແພງ

ຜູ້ໃຊ້ບໍລິການຮ້ອງໂອ໊ກ ໝໍຄລີນິກຟັນຄ່າຢາແພງ

Published on

ໃນວັນທີ 9 ຕຸລາ 2015 ທີ່ຜ່ານມາ ມີຜູ້ໃຊ້ເຟສບຸກທ່ານໜຶ່ງຊື່ Valaphone Svn (ວະລາພອນ) ໄດ້ໂພສຂໍ້ຄວາມລົງໃນເຟສບຸກຂອງຕົນວ່າ ຖືກທ່ານໝໍໃນຄລີນິກແຫ່ງໜຶ່ງ ໃນເຂດບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮ້ອງຄ່າບໍລິການແພງເກີນໄປ. ໂດຍຜູ້ກ່ຽວໄດ້ເລົ່າດ້ວຍຂໍ້ຄວາມ ທີ່ຂ້ອນຂ້າງຜິດຫວັງກັບຈັນຍາບັນ ຂອງວິຊາຊີບຂອງແພດໝໍ ດັ່ງຂໍ້ຄວາມສຳຄັນຄື: “… ເຂົາຄົນນັ້ນ ເປັນບຸກຄົນທີ່ພວກເຮົາ ຍົກຍ້ອງ ຂຶ້ນຊື່ວ່ານັກຮົບເສື້ອຂາວ ທີ່ມີຄວາມບໍລິສຸດ ມີຄຸນນະທຳແລະຈະລິຍະທຳ. ແຕ່ຄົນ(ໝໍ)ຄົນນີ້ ເບື້ອງໜ໊າຖືເອກະສານສິດປະກອບການ ຄລີນິກ ເພື່ອກອບກູ້ເອົາຊີວິດຂອງຄົນເຮົາ ນັ້ນເປັນພຽງການໂຄສະນາດຶງດູດ ເອົາລູກຄ້າເຂົ້າຮ້ານ ເພື່ອປຸ້ນຊັບ ຫຼືສໍ້ໂກງຊັບ ຢ່າງບໍ່ເກັງກົວກົດໝາຍ ຈິ່ງເວົ້າໄດ້ວ່າ ດຣ ຄົນນີ້ ຂາດຈັນຍາບັນຂອງຄວາມເປັນໝໍ ຕົວຢ່າງ ວັນທີ 7 ຕຸລາ 2015 ທີ່ຜ່ານມາ ຄລີນິກບ່ອນນີ້ໄດ້ປຸ້ນຊັບຂ້າພະເຈົ້າໄປ ເປັນເງິນ 1,500,000 ກີບ ທັ້ງໆ ທີ່ວ່າຢາຂອງເພິ່ນມີມູນຄ່າພຽງ 179,000 ກີບ ແຕ່ຜູ້ກ່ຽວບີບໃຫ້ຈ່າຍເງິນທັງໝົດ 1,679,000 ກີບ… ”

ຂໍ້ຄວາມດັ່ງກ່າວຖືກສັງຄົມສົ່ງຕໍ່ ຢ່າງກວ້າງຂວາງ ແລະມີການວິພາກວິຈານ ຕ່າງໆນານາເຖິງບັນຫາດັ່ງກ່າວ ຢ່າງເຂັ້ມຂຸ້ນ ໂດຍສະເພາະຄ່າຢາຊະນິດໜຶ່ງ  ທີ່ມີລາຄາສູງເຖິງ 1,480,000 ກີບນັ້ນ ແມ່ນແພງເກີນຄວາມເໝາະສົມ. ໃນຂະນະທີ່ບາງຄົນກໍໃຫ້ຄຳເຫັນວ່າ ຄລີນິກແມ່ນທຸລະກິດໜຶ່ງ ທີ່ມີຄ່າໃຊ້ຈ່າຍຫຼາຍຢ່າງ ເຊັ່ນ ຄ່າເຊົ່າສະຖານທີ່, ຄ່າຈ້າງພະນັກງານ ແລະທ່ານໝໍຊ່ຽວຊານ ດັ່ງນັ້ນ, ການເກັບຄ່າຢາແລະຄ່າບໍລິການ ຈຶ່ງແພງກວ່າໂຮງໝໍລັດຢູ່ແລ້ວ ແຕ່ກໍຄວນຢູ່ໃນເກນທີ່ພໍດ້າມພໍດີ.

ແນວໃດກໍຕາມ, ຂ່າວນີ້ກໍຍັງເປັນຂ່າວດ້ານດຽວ ເຊິ່ງທີມຂ່າວພວກເຮົາກຳລັງຕິດຕາມຂ່າວ ຈາກຝ່າຍເຈົ້າຂອງຄລີນິກດັ່ງກ່າວ ຢູ່ຕື່ມອີກ.

11254656_691333480968130_1577823819894471133_n 12144949_1508133626166992_7926184847805048247_n

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...