spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໂຫດ! ຄາຕະກຳເມຍເກົ່າ ພ້ອມເດັກຍິງ 6 ປີ ແລ້ວແທງຄໍໂຕເອງເກືອບຕາຍ

ໂຫດ! ຄາຕະກຳເມຍເກົ່າ ພ້ອມເດັກຍິງ 6 ປີ ແລ້ວແທງຄໍໂຕເອງເກືອບຕາຍ

Published on

ແຫຼ່ງຂ່າວຈາກເຈົ້າໜ້າທີ່ ປກສ ໃຫ້ຮູ້ວ່າ ເມື່ອເວລາ 15:00 ມື້ນີ້ (ວັນທີ 9 ຕຸລາ 2015) ໄດ້ເກີດເຫດມີຊາຍຜູ້ໜຶ່ງ ໄດ້ຄາຕະກຳ(ຂ້າ) ເມຍເກົ່າຂອງຕົນເອງ ແລະເດັກນ້ອຍຍິງອາຍຸ 6 ປີອີກຜູ້ໜຶ້່ງ ຢູ່ບ້ານຊຳເຄ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 2 ຄົນ ຫຼັງຈາກນັ້ນຜູ້ກ່ຽວໄດ້ໃຊ້ມີແທງຄໍຕົນເອງ ຫວັງຂ້າໂຕຕາຍແຕ່ບໍ່ສຳເລັດ ເພາະມີພົນລະເມືອງດີຊ່ວຍເຫຼືອໄວ້ ແລະໄດ້ນຳສົ່ງໂຮງໝໍ.

ຈາກການສອບຖາມປະຊາຊົນພາຍໃນບ້ານ ໄດ້ຮູ້ວ່າຜູ້ກ່ຽວຊື່ ທ້າວ ໝາຍ ອາຍຸ 37 ປີ, ເປັນປະຊາຊົນບ້ານຊຳເຄ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ. ສ່ວນລາຍລະອຽດຂອງສາເຫດນັ້ນ ເຈົ້າໜ້າທີ່ຍັງພວມດຳເນີນການສືບສວນຢູ່.

ທ້າວໝາຍ
ທ້າວ ໝາຍ ອາຍຸ 37 ປີ ຜູ້ຄາຕະກຳເມຍເກົ່າ ແລະເດັກຍິງ 6 ປີ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...