Homeຂ່າວເຫດການທູດຣັດ​ເຊຍຈັດສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 55

ທູດຣັດ​ເຊຍຈັດສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ – ຣັດເຊຍ ຄົບຮອບ 55

Published on

Flag-Pins-Russia-Laos

ເພື່ອ​ເປັນ​ການ​ສະເຫຼີມ​ສະຫຼອງ ​ວັນ​ສ້າງຕັ້ງ​ສາຍ​ພົວພັນການ​ທູດ ລະຫວ່າງ ​ສປປ ລາວ ແລະ ສະຫະພັນ​ຣັດ​ເຊຍ ຄົບຮອບ 55 ປີ ທ່ານ ມີ​ຄາ​ອິນ ບາ​ຣານນົບ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສະຫະພັນ​ຣັດ​ເຊຍ ປະຈຳ ​ສປປ ລາວ ຈັດ​ງານ​ລ້ຽງ​ອາຫານ​ຄ່ຳຂຶ້ນ​ໃນ​ວັນ​ທີ 7 ຕຸລາ 2015 ທີ່​ສະຖານ​ທູດ​ຣັດ​ເຊຍ ນະຄອນຫຼວງວຽງ​ຈັນ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະເທດ ໂດຍ​ມີ​ບັນດາລັດຖະມົນຕີ ບັນດາ​ທູດ ຫົວໜ້າກົມ ບັນດາ​ກະຊວງ​ກ່ຽວຂ້ອງ ແລະ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

ໃນ​ໂອກາດ​ດັ່ງກ່າວ ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ແລະ ທ່ານ ມີ​ຄາ​ອິນ ບາ​ຣານ​ນົບ ໄດ້ຜັດປ່ຽນ​ກັນຂຶ້ນ​ປະກອບ​ຄຳ​ເຫັນ ເຊິ່ງ​ທັງ​ສອງ​ຝ່າຍໄດ້​ກ່າວ​ເຖິງຜົນສຳເລັດ ​ແຫ່ງ​ການ​ພົວພັນຮ່ວມ​ມື​ໃນ​ໄລຍະ 55 ປີຜ່ານມາ ລະຫວ່າງສອງ​ລັດຖະບານ ກໍ່​ຄືປະຊາຊົນ​ສອງ​ຊາດ ລາວ-ຣັດເຊຍ.

2b7c4e5107bbc56acc7d751e11bb2489

ໃນ​ໄລຍະ​ໃໝ່​ການ​ພົວພັນຮ່ວມ​ມືລະຫວ່າງສອງ​ປະເທດ ແມ່ນ​ມີ​ບາດກ້າວ​ຂະຫຍາຍຕົວ​ຕໍ່ເນື່ອງ ດ້ານ​ການເມືອງ​ເຫັນ​ວ່າ​ດີ ສອງ​ປະເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ໄວ້ວາງໃຈ ແລະ ສືບຕໍ່​ສະໜັບ​ສະໜູນເຊິ່ງ​ກັນ ແລະ ກັນ ໃນ​ເວທີພາກ​ພື້ນ ແລະ ສາກົນ ບົນ​ພື້ນຖານ​ການ​ເປັນ​ປະເທດ​ຄູ່​ຮ່ວມ​ຍຸດທະ​ສາດ​ນຳ​ກັນ ມີ​ການ​ແລກປ່ຽນການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຈົນ​ເຖິງ​ລະດັບ​ຕ່າງໆ​ຢ່າງເປັນ​ປົກກະຕິ ທາງ​ພາກ​ລັດ ແລະ ເອກະ​ຊົນ ນອກ​ນັ້ນ ການ​ພົວພັນຂອງ​ສອງ​ປະເທດ ຍັງ​ສືບຕໍ່​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານນຳ​ກັນ ເຊັ່ນ: ດ້ານ​ເສດຖະກິດ ການ​ຄ້າ ການ​ລົງທຶນ ການ​ທ່ອງທ່ຽວ ການ​ທະຫານ ການ​ສຶກ​ສາ-ວັດທະນະທຳ ແລະ ດ້ານ​ອື່ນໆ ເຊິ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ແຕ່​ຍາວ​ນານ ມີຄວາມ​ໝັ້ນຄົງ ປີ 2015 ເປັນ​ປີແຫ່ງ​ການ​ສະເຫຼີມສະຫຼອງ​ວັນ ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ຣັດ​ເຊຍ ຄົບຮອບ 55 ປີ ແລະ ວັນ​ສ້າງຕັ້ງ​ສະມາຄົມ​ມິດຕະ​ພາບ ລາວ-ຣັດ​ເຊຍ ຄົບຮອບ 50 ປີ.

ໂອກາດ​ດຽວ​ກັນ ທັງ​ສອງ​ຝ່າຍກໍ່​ໄດ້​ສະແດງ​ຄວາມ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ສາຍພົວພັນ​ຮ່ວມ​ມື​ທີ່​ດີ​ໃນ​ປັດຈຸບັນ ລະຫວ່າງ​ສອງ​ປະເທດ ໃຫ້​ເຕີບໃຫຍ່​ຂະຫຍາຍຕົວ​ໄປ​ສູ່​ບາດກ້າວອັນ​ໃໝ່​ໃນຕໍ່ໜ້າ ຍິ່ງ​ເພີ່ມ​ທະວີເຮັດ​ໃຫ້​ງານ​ຄັ້ງ​ນີ້ ເຕັມ​ໄປ​ດ້ວຍບັນຍາກາດ​ແຫ່ງ​ມິດຕະພາບ​ອັນອົບ​ອຸ່ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...