spot_img
Homeຂ່າວພາຍ​ໃນປກສ ຫລວງນໍ້າທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່

ປກສ ຫລວງນໍ້າທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່

Published on

ທ້າຍ​ອາທິດ​ຜ່ານ​ມາ, ເຈົ້າໜ້າທີ່​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ​ເມືອງ​ລອງແຂວງ​ຫລວງ​ນ້ຳທາ ໄດ້​ຈັບຕົວ​ນາງນວນອາຍຸ 32 ປີ ຢູ່​ບ້ານ​ຈອມ​ແຈ້ງ ເມືອງ​ລອງ ພ້ອມຂອງກາງຢາບ້າຈໍານວນ 42 ພັນເມັດ ແລະ ຢາໄອມີນໍ້າໜັກ 1 ກິໂລຊຸກເຊື່ອງໄວ້ໃນແກັດເຈ້ຍພາຍໃນເຮືອນຜູ້ກ່ຽວ.

ຜ່ານ​ການ​ສືບສວນ-ສອບ​ສວນຂອງເຈົ້າໜ້າທີ່ນາງ ນວນ ​ໄດ້​ໃຫ້ການວ່າ: ​ໃນ​ວັນ​ທີ28 ກັນຍາ 2015, ພໍ່​ຂອງ​ຜູ້ກ່ຽວ​ຊື່​ທ້າວ ​ໄໜ່ຄຳ​ຜົງ ອາຍຸ 60 ປີ ບ້ານ​ຊຽງ​ກົດ​ໃໝ່ ເມືອງ​ລອງ  ໄດ້​ເອົາ​ແກັດດັ່ງກ່າວ​ມາ​ປະ​ໄວ້​ຢູ່​ເຮືອນຕົນ ເຊິ່ງ​ໄລຍະ​ນັ້ນຕົນໄດ້​ໄປ​ເຮັດ​ທານ​ຢູ່​ວັດ​ທີ່​ເມືອງ​ຫລາ ແຂວງ​ອຸດົມ​ໄຊ ຈາກຄໍາໃຫ້ການດັ່ງກ່າວ ​ເຈົ້າໜ້າ​ທີ່​ກໍໄດ້ນໍາກໍາລັງ​ໄປ​ຄົ້ນ​ເຮືອນ​ຂອງ​ທ້າວ ​ໄໜ່ຄຳ​ຜົງ ແລະ ​ນຳ​ຕົວ​ມາ​ສອບ​ສວນ​, ຜູ້ກ່ຽວ​ຈຶ່ງໄດ້ຮັບ​ສາລະພາບ​ວ່າ: ຢາ​ເສບ​ຕິດ​ທັງໝົດ​ແມ່ນ​ຊື້ມາ​ຈາກ​ທ້າວຍິສັນ​ຊາດ​ມຽນມາ ​ແລ້ວຕົນກໍເອົາ​ໄປ​ຊຸກ​ເຊື່ອງໄວ້​ຢູ່​ເຮືອນ​ຂອງ​ລູກ​ສາວ​ເພື່ອ​ລໍຖ້າ​ສົ່ງ​ຂາຍ​ໃຫ້​ລູກ​ຄ້າ.

ເຈົ້າໜ້າທີ່ ປກສ ​ເມືອງ​ລອງ ​ໃຫ້​ຮູ້​ວ່າ: ພໍ່-ລູກ​ດັ່ງກ່າວ​ແມ່ນ​ໄດ້​ຖືກ​ຕິດຕາມ​ພຶດຕິ​ກຳມາ​ໄດ້​ໄລຍະ​ໜຶ່ງ​ແລ້ວ,​ ແຕ່​ຍັງ​ບໍ່​ມີ​ຂໍ້​ມູນ​ຫລັກ​ຖານ​ທີ່​ຈະ​ສາມາດ​ເອົາ​ຜິດ​ພວກ​ກ່ຽວ​ໄດ້​. ກ່ອນ​ຈັບ​ຕົວ​ໄດ້​ແມ່ນ​ມີ​ແຫ​ລ່ງຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ພວກ​ກ່ຽວ​ມີ​ການ​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ເຂດ​ບ້ານ​ຊຽງ​ກົກ​ໃໝ່ ​ແລະ ບ້ານ​ຈອມ​ແຈ້ງ, ຈຶ່ງ​ໄດ້​ຈັດ​ກຳລັງ​ຕິດຕາມ​​ເຫັນ​ວ່າ​ມີ​ມູນ​ຄວາມ​ຈິງ, ຈຶ່ງໄດ້ນໍາກໍາລັງຈັບ​ຕົວມາດໍາເນີນ​ຄະດີຕາມລະບຽບກົດໝາຍ.

ທີ່ມາ ໜັງສືພິມລາວພັດທະນາ

ລພນ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...