spot_img
HomeມູມໄອທີລາວFacebook ກຽມເພີ່ມປຸ່ມສະແດງຄວາມຮູ້ສຶກດ້ວຍ ອິໂມຈິເຄື່ອນໄຫວ

Facebook ກຽມເພີ່ມປຸ່ມສະແດງຄວາມຮູ້ສຶກດ້ວຍ ອິໂມຈິເຄື່ອນໄຫວ

Published on

screen-shot-2015-10-08-at-17-05-09-700x360

ກ່ອນ​ໜ້າ​ນີ້​ມີ​ຂ່າວ​ລື​ວ່າ Facebook ກຽມ​ປ່ອຍ​ປຸ່ມ Dislike ຫລື ປຸ່ມ​ບໍ່​ຖືກ​ໃຈ ເທິງ Facebok ຫລ້າ​ສຸດ Facebook ເປີດ​ຕົວ​ປຸ່ມ​ອິ​ໂມ​ຈິ​ສະແດງ​ຄວາມ​ຮູ້ສຶກ​ນອກ​​ຈາກ​ປຸ່ມ​ໄລຄ໌ Like ແລ້ວ ເພີ່ມ​ອີກ 6 ຕົວ ໄດ້​ແກ່ ປຸ່ມ Like (ແທນ​ປຸ່ມ​ໄລຄ໌​ຈາກເດີມ), ຮັກ (Love), ຮາ (Haha), ເຍ້ (Yay), ວ້າວ (Wow), ເສົ້າ (Sad) ແລະ​ ໃຈຮ້າຍ (Angry)

facebook-emoji-like

ຫລັງ​ຈາກ​ທີ່​ມີ​ຂ່າວ​ລື  Facebook ສ້າງ​ປຸ່ມ Dislike ຫລື ປຸ່ມ​ບໍ່​ຖືກ​ໃຈ ເທິງ Facebok ແຕ່​ຈາກ​ລາຍ​ງານ​ຫລ້າ​ສຸດ ບໍ່ແມ່ນ​ປຸ່ມ  Dislike ໂດຍ​ຈະ​ເປັນ​ປຸ່ມ​ສະແດງ​ຄວາມ​ຮູ້ສຶກ​ຕໍ່​ໂພດຕ໌​ດ້ວຍ​ຕົວ​ອິ​ໂມ​ຈິ ຄ້າຍ​ກັບ​ແອັບ LINE ເລີຍ

screen-shot-2015-10-08-at-11-58-04

screen-shot-2015-10-07-at-17-18-42

ສຳລັບ ປຸ່ມ Like ສະແດງ​ຄວາມ​ຮູ້ສຶກ​ດ້ວຍ ອິ​ໂມ​ຈິ ອີກ 6 ຕົວ​ໃໝ່​ນີ້ ໄດ້​ເລີ່ມ​ທົດສອບ​ໃນ​ກຸ່ມ​ຈຳ​ກັດ​ສະເພາະ​ຜູ້​ໃຊ້​ງານ​ປະເທດ​ໄອ​ແລນ ແລະ ​ສະ​ເປນ​ເປັນ​ບ່ອນທຳອິດ ເພື່ອ​ເບິ່ງ​ຜົນ​ຕອບ​ຮັບ​ກ່ຽວກັບ​ປຸ່ມ​ດັ່ງ​ກ່າວ ຍັງ​ບໍ່​ມີ​ລາຍ​ລະອຽດ​ວ່າ​ຈະ​ເລີ່ມ​ເປີດ​ໃຫ້​ໃຊ້​ງານ​ໄດ້​ແທ້ຕອນ ​ຕ້ອງ​ຕິດ​ຕາມ​ກັນວ່າຈະມາດຮອດບ້ານເຮົາຕອນໃດ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...