spot_img
Homeວິທະຍາສາດ-ວິທະຍາການອອກກຳລັງກາຍມື້ລະເຄີີ່ງຊົ່ວໂມງ ຊ່ວຍບັນເທົາພະຍາດຫອບຫືດ

ອອກກຳລັງກາຍມື້ລະເຄີີ່ງຊົ່ວໂມງ ຊ່ວຍບັນເທົາພະຍາດຫອບຫືດ

Published on

houb

ປັດຈຸບັນ​ມີ​ຄົນເຈັບປ່ວຍ​ຫອບ​ຫືດ​ຫລາຍ​ລ້ານ​ຄົນ​ທົ່ວ​ໂລກ ແຕ່​ຍັງ​ບໍ່​ມີ​ວິທີ​ການ​ຄວບ​ຄຸມ​ອາການ​ຂອງ​ພະຍາດ​ນີ້​ອອກ​ມາ​ເທື່ອ ຫລ້າ​ສຸດນັກ​ວິ​ໄຈ​ພົບ​ວ່າ ການ​ອອກ​ກຳ​ລັງ​ພຽງ​ແຕ່ 30 ນາ​ທີ​ຕໍ່​ມື້​ຊ່ວຍ​ບັນເທົາ​ອາການ​ຂອງ​ພະຍາດ​ນີ້​ໄດ້

ງານ​ວິ​ໄຈ​ຊິ້ນ​ໜຶ່ງ​ໃນ​ວາລະ​ສານ​ວິ​ຊາ​ການ BMJ Open Respiratory Research ຈາກ​ມະຫາ​ວິທະຍາ​ໄລ​ຄອນ​ຄໍ​ເດຍ ແຄ​ນາ​ດາ ທຳການ​ວິ​ເຄາະ​ພຶດຕິກຳ​ການ​ອອກ​ກຳ​ລັງ​ກາຍ​ຂອງ​ອາ​ສາ​ສະໝັກ 643 ຄົົນທີ່​ໄດ້ຮັບ​ການ​ພິຈາລະນາ​ວ່າ​ເປັນ​ພະຍາດ​ຫອບ​ຫືດ

ຜົນ​ການສຶກສາ​ຊີ້​ແຈ້ງ​ວ່າ ຄົົນທີ່​ອອກ​ກຳ​ລັງ​ກາຍ​ເຖິງ​ລະ​ດັບ​ທີ່​ເໝາະ​ສົມ​ຈະ​ສາມາດ​ຄວບ​ຄຸມ​ອາການ​ຂອງ​ພະຍາດ​ຫອບ​ຫືດ​ໄດ້​ດີກວ່າ​ຄົົນທີ່​ບໍ່​ອອກ​ກຳ​ລັງ​ກາຍ​ເລີຍ 2.5 ເທົ່າ ໂດຍ​ການ​ອອກ​ກຳ​ລັງ​ກາຍ​ນັ້ນ​ບໍ່​ຈຳ​ເປັນ​ຕ້ອງ​ໜັກ​ໜ່ວງ​ຫລາຍກໍ່ໄດ້

ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ການ​ແລ່ນມາ​ລາ​ທອນ ພຽງ​ແຕ່​ອອກ​ມາ​ຍ່າງ ຂີ່ລົດຖີບ ຫລື​ຫຍັງ​ກໍ່ໄດ້ທີ່ເປັນການ​ອອກ​ກຳ​ລັງ​ກາຍ ກໍ​ມີ​ຜົນ​ຊ່ວຍ​ຫລຸດ​ອາການ​ຂອງ​ພະຍາດ​ຫອບ​ຫືດ​ໄດ້​ຢ່າງ​ດີເລີຍ” ສາດສະດາ​ຈານ ໄຊ​ມອນ ເບ​ຄອນ ຫົວ​ໜ້າ​ນັກ​ວິ​ໄຈ​ໃນ​ເທື່ອ​ນີ້​ເຜີຍ

ແຕ່​ເດີມ​ນັ້ນ ຜູ້​ປ່ວຍ​ທີ່​ມີ​ອາການ​ຫອບ​ຫືດ​ມັກ​ຈະ​ໄດ້ຮັບ​ຄຳ​ແນະ​ນຳ​ໃຫ້​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ເພາະ​ເຊື່ອ​ວ່າ​ຈະ​ເຮັດໃຫ້​ເກີດ​ອາການ​ຫາຍ​ໃຈ​ບໍ່​ອອກ ແຕ່​ສາດ​ສະດາ​ຈານ​ເບ​ຄອນ ເຜີຍ​ວ່າ ທີ່​ຈິງ​ແລ້ວ​ກໍ​ມີ​ວິທີ​ຫລີກ​​ຄວາມ​ປົກກະຕິ​ທີ່​ອາດຈະ​ຂຶ້ນ​ຈາກ​ການ​ອອກ​ກຳ​ລັງ​ກາຍ

“ການ​ບີບ​ຈັງ​ຂອງ​ຫລອດລົມ​ທີ່ເກີດຂື້ນ​ຈາກ​ການ​ອອກ​ກຳ​ລັງ​ກາຍ​ນັ້ນ​ເປັນ​ເລື່ອງ​ຈິງ​ ແຕ່​ຫາກ​ເຮົາ​ໃຊ້​ຢາ​ຈຳ​ພວກ​ຢາ​ເປົ່າ​ກ່ອນ​ອອກ​ກຳ​ລັງ​ກາຍ ໃຊ້​ເວລາ​ເຮັດ​ຮ່າງກາຍ​ໃຫ້​ເຢັນ​ຫລັງ​ອອກ​ກຳ​ລັງ​ກາຍ ທຸກ​ຢ່າງ​ກໍ​ໜ້າ​ຈະ​ດີ​ຢູ່ ເຖິງວ່າ​ຈະ​ເປັນ​ພະຍາດ​ຫອບ​ຫືດ ກໍ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຕ້ອງ​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ”

ສາດ​ສະດາ​ຈານ​ເບ​ຄອນ ລາຍ​ງານ​ວ່າ ໃນ​ກຸ່ມ​ຕົວ​ຢ່າງ 643 ຄົນ​ນີ້ ມີ​ເຖິງ 245 ຄົົນທີ່​ລາຍ​ງານ​ວ່າ​ບໍ່​ໄດ້​ອອກ​ກຳ​ລັງ​ກາຍ​ເລີຍ ແຕ່​ມີ 100 ຄົົນທີ່​ບອກວ່າ​ອອກ​ກຳ​ລັງ​ກາຍ​ໃນ​ລະ​ດັບ​ທີ່​ເໝາະ​ສົມ ປະ​ມານ 30 ນາ​ທີ​ຕໍ່​ມື້

“ຕົວ​ເລກ​ນີ້​ສະ​ທ້ອນ​ເຖິງ​ປະຊາກອນ​ໂດຍ​ລວມ ເຮົາ​ຈະ​ຕ້ອງ​ຄຶດວ່າ​ເຮັດຫຍັງ​ເລັກໜ້ອຍ​ກໍ​ດີກວ່າ​ບໍ່​ເຮັດ​ເລີຍ ແລະ​ ເຮັດ​ຫລາຍ​ກໍ​ຈະ​ໄດ້​ຫລາຍກວ່າ​ເຮັດ​ໜ້ອຍ ແມ່ນແຕ່​ກິດຈະກຳ​ທີ່​ເລັກໜ້ອຍ​ທີ່ສຸດ​ກໍ​ຍັງ​ເປັນ​ປະໂຫຍດ”

ນອກ​ຈາກ​ນີ້ ໃນ​ໄລຍະ​ໜ້າ​ໜາວ​ທີ່​ອຸນຫະພູມ​ຫລຸດ​ຕ່ຳ ຄວາມ​ຟິດ​ຂອງ​ຮ່າງກາຍ​ກໍ​ອາດຈະຫ​ລຸດ​ຕ່ຳ​ຕາມ​ອຸນຫະພູມ ແລະ​ຄວາມ​ໜາວ​ເຢັນ​ກໍ​ຈະ​ຍິ່ງ​ເຮັດໃຫ້​ເກີດ​ອາການ​ຫອບ​ຫືດ​ໄດ້​ຫລາຍ​ຂຶ້ນ

“ການສຶກສາ​ຂອງ​ເຮົາ​ຊີ້​ວ່າ​ຄົົນທີ່​ເສບ​ຕິດ​ການ​ອອກ​ກຳ​ລັງ​ກາຍ​ໃນ​ລະ​ດັບ​ທີ່​ເໝາະ​ສົມ​ໃນ​ຮອບ​ປີ​ຈະ​ໄດ້​ປະໂຫຍດ​ຈາກ​ການ​ອອກ​ກຳ​ລັງ​ກາຍ​ຫລາຍ” ສາດ​ສະາ​ຈານ​ເບ​ຄອນ​ຊີ້ ໂດຍ​ເຊື່ອ​ວ່າ ການ​ອອກ​ກຳ​ລັງ​ກາຍ​ໃນ​ຮົ່ມ ເຊັ່ນ ໄປ​ຟິດເນັສ ຍ່າງ​ຂຶ້ນ​ລົງ​ຂັ້ນ​ໄດ ຫລື​ໄປ​ຊັອບ​ປິ້ງ ກໍ​ເປັນ​ອີກ​ວິທີ​ທີ່​ໃຊ້​ໄດ້

“ເຮົາ​ຈະ​ຕ້ອງ​ມີ​ຄວາມ​ຄິດ​ສ້າງສັນ ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ຄວາມ​ໜາວ​ເຢັນ​ຈະ​ບໍ່​ເປັນ​ອຸປະສັກ​ກັບ​ເຮົາ”

“ຂ້ອຍ​ຢາກ​ຈະ​ເຫັນ​ແພດ​ແນະ​ນຳ​ໃຫ້​ຄົນເຈັບ​ພະຍາດ​ຫອບ​ຫືດ​ໄປ​ອອກ​ກຳ​ລັງ​ກາຍ ຄອບຄູ່​ກັບ​ການ​ປິ່ນປົວ​ດ້ວຍ​ຢາ​ແບບ​ດັ້ງ​ເດີມ​”

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...