Homeປ່ອງຢ້ຽມດວງດາວໂຮງແຮມສະເໜີລາຄາ 2,000 ຫລຽນຕໍ່ຄືນ ສຳລັບປະສົບການຢູ່ໃນສະຖານີອາວະກາດ

ໂຮງແຮມສະເໜີລາຄາ 2,000 ຫລຽນຕໍ່ຄືນ ສຳລັບປະສົບການຢູ່ໃນສະຖານີອາວະກາດ

Published on

150930151623-02-space-suite-exlarge-169

ຫາກ​ເຈົ້າ​ເຄີຍ​ຝັນ​ວ່າ​ຈະ​ໄດ້​ໄປ​ຢຽບອາວະ​ກາດ​ໂດຍ​ບໍ່​ຕ້ອງ​ໄປ​ເໜື່ອຍ​ກັບ​ການ​ຝຶກ​ຝົນ​ສຳລັບ​ນັກ​ບິ​ນອາວະ​ກາດ ໃນ​ໄວໆນີ້ ເຈົ້າ​ອາດຈະ​ໄດ້​ມ່ວນຊື່ນໄປ​ກັບ​ບັນ​ຍາ​ກາດ​ມະຫັດສະຈັນ​ຄື​ກັບ​ຢູ່ໃນ​ອາວະ​ກາດ​ໂດຍ​ບໍ່​ຕ້ອງ​ອອກ​ໄປ​ນອກ​ໂລກ ເພາະ​ໂຮງ​ແຮມ​ໃນ​ເມືອງ​ຊູ​ລິກ ປະ​ເທ​ດສະວິດ​ເຊີລ໌​ແລນ​ຫາກໍ່​ເປີດ​ຕົວ​ຫ້ອງ​ພັກ​ຊຸດ​ໃໝ່ ຊຶ່ງ​ມີ​ອຸປະກອນ​ຕ່າງໆ ທີ່​ຈຳ​ເປັນ​ສຳລັບ​ການ​ຂື້ນໄປອາວະ​ກາດ ຈົນ​ເບິ່ງ​ຄືກັບວ່າ​ຢູ່ໃນ​ສະຖານີ​ອາວະ​ກາດ​ຂອງ​ແທ້​ແລ້ວ

150930151606-01spacesuite-exlarge-169

ເນື່ອງ​ດ້ວຍ​ຮູບເງົາ “Martian” ຂອງ Ridley Scott ທີ່​ກຳ​ລັງ​ສາຍ​ຢູ່ໃນ​ໂຮງໜັງ ​ແລະ​ ເປັນ​ທີ່​ກ່າວເຖິງ​ໃນ​ຂະນະ​ນີ້ ອາດ​ເຮັດໃຫ້​ຜູ້​ຄົນ​ສົນ​ໃຈ​ທີ່​ຈະ​ອອກ​ໄປ​​ອາວະ​ກາດ ດັ່ງ​ນັ້ນ​ຫ້ອງ​ພັກ​ອາວ​ະກາດ​ແຫ່ງ​ໂຮງ​ແຮມ “Grand Kameha” ຈຶ່ງ​ອາດ​ຕອບສະໜອງ​ຄວາມ​ຕ້ອງ​ການ​ຂອງ​ທຸກ​ຄົນ ດ້ວຍ​ການ​ຕິດ​ຕັ້ງ​ຕຽງ​ໄຮ້​ແຮງ​ໂນ້ມ​ຖ່ວງ ເຮັດໃຫ້​ເຈົ້າ​ຮູ້ສຶກ​ຄືກັບລອຍຈາກ​ພື້ນ​ດິນ ແລະ​ ຫ້ອງ​ອົບ​ໄອ​ນ້ຳ​ທີ່​ເຮັດໃຫ້​ຮູ້ສຶກ​ຄືກັບກຳ​ລັງ​ອາບ​ນ້ຳ​ຢູ່ໃນ​ຍາ​ນອາວະ​ກາດ​ຂອງ​ແທ້

ສິນ​ລະປິນ​ຜູ້​ສ້າງສັນ​ອານາເຂດ​ແຫ່​ງອາວ​ະກາດ

ຫ້ອງ​ພັກ​ຊຸດ​ນີ້​ຖືກ​ອອກ​ແບບ​ຂຶ້ນ​ໂດຍ​ສິນ​ລະປິນ​ຊາວ​ເຍຣະ​ມັນ​ຊື່ “Michael Najjar” ຊຶ່ງ​ເມື່ອ​ສາມ​ປີ​ກ່ອນ ພວກເຂົາ​ໄດ້ຮັບ​ການ​ອົບຮົມ​ກ່ຽວກັບ​ການເດີນທາງ​ໄປ​ຍັງ​ອາວະ​ກາດ​ສຳລັບ​ພົນລະເຮືອນ​ເມື່ອ​ສາມ​ປີ​ກ່ອນ​ຈາກ​ອົງ​ກອນ “Virgin Galactic” ແລະ​ນັ້ນ​ເຮັດໃຫ້​ພວກເຂົາ​ໄດ້​ແຮງ​ບັນ​ດານ​ໃຈ​ມາ​ສ້າງສັນ​ງານ​ຂອງ​ພວກເຂົາ

150930151739-06-space-suite-exlarge-169

ແຕ່​ຢ່າງໃດ​ກໍ​ຕາມ ຫ້ອງ​ພັກ​ອາວະ​ກາດ​ນີ້​ອາດ​ບໍ່​ເໝາະ​ສຳລັບ​ຄົົນທີ່​ສະແຫວງຫາ​ທີ່​ພັກ​ຜ່ອນ​​ໃນ​ມື້​ຢຸດ​​

“ມັນ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຈະ​ສ້າງ​ຫ້ອງ​ພັກ​ແນວ​ນີ້​ໃຫ້​ມັນ​ສະ​ດວກ​ສະບາຍ ເພາະ​ຂ້ອຍ​ຕ້ອງ​ການສ້າງ​ໃຫ້​ບ່ອນນີ້​ສົມ​ຈິງຄື​ກັບ​ຢູ່ໃນ​ສະຖານີອາວະ​ກາດ​ຫລາຍ​ທີ່ສຸດ” Najjar ກ່າວ

ໂທລະ​ທັດ​ທີ່​ເຊື່ອມ​ຕໍ່​ກັບ NASA

ນອກ​ຈາກ​ນີ້​ຍັງມີ​ການ​ຕິດ​ຕັ້ງ​ວີ​ດີ​ໂອ​ສອງ​ພາບ​ທີ່​ຖືກ​ຕິດ​ຕັ້ງ​ໃຫ້​ຄືກັບ​ພາບ​ທີ່​ສາຍ​ໃຫ້​ເຫັນ​ພາບ​ຄື​ກຳ​ລັງ​ໂຄຈອນ​ຮອບ​ໂລກ ມີ​ການ​ຕິດ​ຕັ້ງ​ສະ​ປອດ​ໄລ້​ຊຶ່ງ​ໄດ້ຮັບ​ແຮງ​ບັນ​ດານ​ໃຈ​ມາ​ຈາກ​ຊິ້ນ​ສ່ວນ​ຂອງຈະຫ​ລວດ​ທີ່​ກຳ​ລັງ​ທ່ອງອາວ​ະກາດ ແລະ​ມີ​ຊັ້ນ​ວາງ​ຂອງ​ທີ່​ຄື​ກັບ​ຖົງ​ມື​ອາວະ​ກາດ​ໄວ້​ສຳລັບ​ວາງ​ຂອງ​ນ້ອຍ​ໆ ຢ່າງ​ໂທລະ​ສັບ​ຫລື​ກະ​ເປົາ​ເງິນ

ໃນ​ຫ້ອງ​ຍັງມີ​ຫນັງສື ແລະ​ ຮູບເງົາ​ກ່ຽວກັບ​ການ​ທ່ອງອາວ​ະກາດ ແລະ​ຍັງມີ​ສຽງ​ຕອບ​ຮັບ​ອັດ​ຕະໄນມັດ​ຊຶ່ງ​ໄດ້ຮັບ​ແຮງ​ບັນ​ດານ​ໃຈ​ມາ​ຈາກ​ຮູບເງົາ ” Dark Star” ຂອງ John Carpenter

“ພວກ​ເຂົາ​ຈະ​ລືມ​ໄປ​ເລີຍ​ວ່າ ກຳ​ລັງ​ຢູ່ໃນ​ໂຮງ​ແຮມ ​ພວກເຂົາ​ຈະ​ຮູ້ສຶກ​ຄືກັບ​ກຳ​ລັງ​ທ່ອງ​ໄປ​ໃນ​ອາວະ​ກາດ​ອັນ​ກວ້າງຂວາງ” Najjar ບອກ

ໃນ​ຂະນະ​ທີ່​ໂຮງ​ແຮມ​ທົ່ວ​ໄປ​ຈະ​ມີ​ໂທລະ​ທັດ​ຫລາກ​ຫລາຍ​ຊ່ອງ​ໃຫ້​ເລືອກ ໃນ​ຫ້ອງ​ພັກ​ອາວະ​ກາດ​ແຫ່ງ​ນີ້​ຈະ​ມີ​ຖ່າຍ​ທອດ​ຈາກ​ສະຖານີອາວະ​ກາດ​ນານາ​ຊາດ ແລະ​ ມີ​ໂທລະທັດ​ທີ່​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ຊ່ອງ​ຂອງ NASA

150930151817-08-space-suite-exlarge-169

ລາ​ຄາ 2,000 ຫລຽນ

“ອາວະ​ກາດ​ນັ້ນ​ຄື​ສຸດ​ເຂດ​ແດນ​ຂອງ​ມວນ​ມະນຸດ” Najjar ກ່າວ “ທຸກ​ມື້​ນີ້​ຍັງມີ​ການ​ພັດທະນາ​ກ່ຽວກັບ​ການ​ທ່ອງ​ທ່ຽວ​ແລະ​ສຳ​ຫລວດ​ອາວະ​ກາດ​ຢູ່​ສະເໝີ ແລະ​ມັນ​ຈະ​ສົ່ງ​ຜົນ​ອັນ​ຍິ່ງ​ໃຫຍ່​ຕໍ່​ມະນຸດເທິງ​ໂລກ ຈັກ​ມື້​ໃນ​ອະນາຄົດ​ອາດຈະ​ມີ​ໂຮງ​ແຮມ​ໃນ​ອາວະ​ກາດ​ແທ້ໆ ແຕ່​ວ່າ​ມື້​ນີ້ ພວກ​ເຮົາ​ຈະ​ຍົກ​ມັນ​ມາ​ໄວ້​ທີ່​ໂຮງ​ແຮມ​ແຫ່ງ​ນີ້​ກ່ອນ”

ດ້ວຍ​ລາ​ຄາ 2,000 ຫລຽນ​ຕໍ່​ຄືນ ຄິດວ່າ​ໃຜ​ຈະ​ເປັນ​ກຸ່ມ​ເປົ້າ​ໝາຍ​ຂອງ​ຫ້ອງ​ພັກ​ແບບ​ນີ້?

“ແຂກ​ທີ່​ຮັກ​ໃນ​ສິລະປະ​ນັກ​ສະ​ສົມ ຫລື​ໃຜ​ກໍ​ຕາມ​ທີ່​ຢາກ​ເກັບ​ກ່ຽວ​ປະສົບການ​ຈາກ​ທົ່ວ​ໂລກ” Carsten K. Rath ຜູ້​ບໍລິຫານ​ໂຮມ​ແຮມ Kameha ອະທິບາຍ

ນອກ​ຈາກ​ນີ້​ລູກ​ຄ້າ​ຍັງ​ສາມາດ​ໃຊ້​ລະບົບ​ຈຳ​ລອງ​ການ​ບິນ​ຂອງ​ແອລ໌​ບັດ A320 ໃຫ້​ຮ່າງກາຍ​ລອຍໂຕ ແລະ​ຝຶກ​ການ​ລອຍ​ໄປ​ມາ​ໃນ​ອາ​ກາດ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...