spot_img
Homeຂ່າວພາຍ​ໃນນັດທຳອິດຟຸດຊໍລາວເສຍໃຫ້ຫວຽດນາມ

ນັດທຳອິດຟຸດຊໍລາວເສຍໃຫ້ຫວຽດນາມ

Published on

ໃນການແຂ່ງຂັນຟຸດຊໍ ລາຍການ AFF Futsal Championship 2015 ທີ່ຈັດຂຶ້ນຢູ່ ສະໜາມໜອງຈອກ ບາງກອກ ປະເທດໄທ ລະຫວ່າງ ວັນທີ 8-16 ຕຸລາ 2015 ນີ້, ຟຸດຊໍ ທີມຊາດ ລາວ ລົງສະໜາມ ນັດທຳອິດ ເສຍໃຫ້ ຫວຽດນາມ 1-13, ເຊີ່ງການແຂ່ງຂັນດັ່ງກ່າວ ມີ 10 ທີມເຂົ້າຮ່ວມ ແລະ ແບ່ງອອກເປັນ 2 ສາຍ ຄື ສາຍ A: ທີມຊາດ ໄທ ເຈົ້າພາບ, ທີມຊາດ ຕີມໍເລສເຕ, ທີມຊາດ ບຣູໄນ, ທີມຊາດ ມາເລເຊຍ ແລະ ທີມຊາດ ສິງກະໂປ, ສ່ວນສາຍ B: ທີມຊາດ ລາວ, ທີມຊາດ ອົດສະຕາລີ, ທີມຊາດ ຫວຽດນາມ, ທີມຊາດ ມຽນມາ ແລະ ທີມຊາດ ຟິລິບປິນ. ສ່ວນວ່າ ຕາຕະລາງການແຂ່ງຂັນສໍາລັບນັດຕໍ່ໄປຈະມີຂຶ້ນໃນວັນທີ 09 ຕຸລາ 2015 ເວລາ 14:00 ຟີລິບປິນ ພົບ ລາວ

12072793_1647586518792200_2415354568787862697_n

ຂ່າວ ແລະ ພາບ: ສຕລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...