Homeມຸມຂ່າວ AECອາຊຽນເພີ່ມທະວີການຮ່ວມມືດ້ານພະລັງງານ

ອາຊຽນເພີ່ມທະວີການຮ່ວມມືດ້ານພະລັງງານ

Published on

1 400

ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 7 ຕຸລາ 2015, ກອງປະຊຸມ ລັດຖະມົນຕີີ ພະລັງງານ ອາຊຽນ ຄັ້ງທີ 33(AMEN 33) ແລະ ບັນດາ ກອງປະຊຸມ ທ່ີກ່ຽວຂ້ອງ ໄດ້ໄຂຂຶ້ນ ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ໂດຍມີ ບັນດາ ລັດຖະມົນຕີ ຈາກ 10 ປະເທດອາຊຽນ ເຂົ້າຮ່ວມ.

ທ່ານ ມາຊີມັສ ຈອນນີຕີ ອົງກີລີ ລັດຖະມົນຕີ ວ່າການ ກະຊວງ ພະລັງງານ, ເຕັກໂນໂລຊີ ສີຂຽວ ແລະ ແຫລ່ງນ້ຳ ມາເລເຊຍ ໄດ້ເນັ້ນວ່າ ປັດຈຸບັນ, ການປ່ຽນແປງ ດິນຟ້າອາກາດ ໄດ້ສ້າງຜົນກະທົບ ຢ່າງຫລວງຫລາຍ ຕໍ່ລະບົບນິເວດ ວິທະຍາ ໃນໂລກ. ສະນັ້ນ, ຕ້ອງເພີ່ມທະວີ ການຮ່ວມມື ດ້ານພະລັງງານ ໃນອາຊຽນ ແລະ ສາກົນ ແນໃສ່ ໃຫ້ບັນລຸ ເປົ້າໝາຍ ຄວາມປອດໄພ ດ້ານພະລັງງານ, ການເຕີບໂຕ ດ້ານເສດຖະກິດ ຄຽງຄູ່ກັບ ການປົກປັກ ​ຮັກສາ ສິ່ງແວດລ້ອມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...