Homeຂ່າວພາຍ​ໃນລັດຖະບານກຽມປັບຂຶ້ນຄ່າແຮງຂັ້ນຕ່ຳອີກທ້າຍປີນີ້ ຫລັງປັບຂຶ້ນ 9 ແສນ ບໍ່ດຶງດູດໃຈແຮງງານລາວ!

ລັດຖະບານກຽມປັບຂຶ້ນຄ່າແຮງຂັ້ນຕ່ຳອີກທ້າຍປີນີ້ ຫລັງປັບຂຶ້ນ 9 ແສນ ບໍ່ດຶງດູດໃຈແຮງງານລາວ!

Published on

hangngarn

ຂປລ. ​ໃນ​ທ້າຍ​ປີ​ນີ້, ລັດຖະບານ​ຈະ​ພິຈາລະນາ ​ປັບ​ຄ່າ​ແຮງ​ງານ​ຂັ້ນຕ່ຳ​ຂຶ້ນ​ຕື່ມ ​ເພື່ອ​ສ້າງ​ແຮງ​ດຶງ​ດູດ​ໃຈ ໃຫ້​ແຮງ​ງານ​ລາວ ປະກອບ ​ອາຊີບ​ຕາມ​ຕຳ​ແໜ່​ງງານ​ ໃນ​ຫົວໜ່ວຍ​ທຸລະ​ກິດ​​ ໃນປະ​ເທດ​ໃຫ້​ຫລາຍ​ຂຶ້ນ, ​ແຕ່​ການ​ປັບ​ຄ່າ​ແຮງ​ງານ​ຄັ້ງນີ້ ຍັງ​ຈະ​ຕ້ອງ​ໄດ້​ພິຈາລະນາ​ ເຖິງ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ຜູ້​ໃຊ້​ແຮງ​ງານ ​ແລະ ສີມື​ຂອງ​ຜູ້​ອອກ​ແຮງ​ງານ.

ທ່ານ ​ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ໃຫ້​ສຳພາດ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ບັນຫາ​ຄ່າ​ແຮງ​ງານ​​ ເປັນ​ປັດ​ໄຈ​ສຳຄັນ​ຕໍ່​ຜູ້​ອອກ​ແຮງ​ງານ​ ກໍ​ຄື​ກຳມະກອນ​ລາວ ​ເຖິງ​ວ່າ​ ໃນຕົ້ນ​ເດືອນ​ເມສາ ຜ່ານ​ມາ​ນີ້ ລັດຖະບານ​ໄດ້​ປັບ​ຄ່າ​ແຮງ​ງານ​ຂັ້ນຕ່ຳ​ສຸດ ​ໃນ​ຂົງ​ເຂດ​ທຸລະ​ກິດ ຈາກ 626.000 ກີບ ມາ​ເປັນ 900.000 ກີບ ​ແລ້ວ​ກໍ​ຕາມ, ແຕ່​ຍັງ​ບໍ່​ສາມາດ​ສ້າງ​ແຮງ​ດຶງ​ດູດ​ໃຈ ໃຫ້​ແຮງ​ງານ​ລາວ​ ມີ ​ຄວາມ​ກະຕືລືລົ້ນ​ ໃນ​ການ​ຊອກ​ວຽກ​ເຮັດ​ງານ​ທຳ​ເທົ່າ​ທີ່​ຄວນ, ບາງຈຳ​ນວນ​ຍັງ​ໄປ​​ອອກ​ແຮງ​ງານ ​ຢູ່​ປະ​ເທດ​ໃກ້​ຄຽງ ​ເຮັດ​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ, ສະນັ້ນ, ​ເພື່ອ​ແກ້​ໄຂ​ບັນຫາດັ່ງກ່າວ ລັດຖະບານ​ຈຶ່ງ​ມີ​ແຜນ​ ຈະ​ປັບ​ຄ່າ​ແຮງ​ງານ​ຂັ້ນຕ່ຳ​ຂຶ້ນ​ຕື່ມ ​ໃນ​ທ້າຍ​ປີ​ນີ້.

ທ່ານ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ປັດຈຸບັນ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ສົມທົບ​ກັບ​ ພາກສ່ວນ​ກ່ຽວຂ້ອງ ປະຕິບັດ​ສັນຍາ​ຮ່ວມ​ມື ​ດ້ານ​ການ​ຈ້າງ​ງານ​ ກັບປະ​ເທດ​ໃກ້​ຄຽງ ​ໂດຍ​ມີ​ຄະນະ​ຮັບຜິດ ຊອບ​ຢ່າງ​ລະອຽດ ​ເພື່ອ​ປັບປຸງ​ສະຖານະ​ພາບ ​ແຮງ​ງານ​ລາວ​ ທີ່ ​ໄປ​ອອກ​ແຮງ​ງານ​ບໍ່​ຖືກຕ້ອງ​ ຕາມ​ລະບຽບ​ກົດໝາຍ​ ຂອງ​ປະ​ເທດ​ໃກ້​ຄຽງ ​ໃຫ້​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ຜົນປະ​ໂຫຍ​ດ ​ແລະ ບໍ່​ຖືກ​ກົດ​ຂີ່​ຂູດ​ຮີດ​ແຮງ​ງານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...