Homeຂ່າວພາຍ​ໃນພຣະອາຈານໃຫຍ່ ດຣ. ມະຫາຜ່ອງ ປະທານ ອພສ ສູນກາງ ມໍລະນະພາບແລ້ວ ລວມອາຍຸໄດ້ 100 ປີ

ພຣະອາຈານໃຫຍ່ ດຣ. ມະຫາຜ່ອງ ປະທານ ອພສ ສູນກາງ ມໍລະນະພາບແລ້ວ ລວມອາຍຸໄດ້ 100 ປີ

Published on

NjpUs24nCQKx5e1D61YspIBjgNT1rG97BfBLOzPgN6j

ເມື່ອວັນທີ 7 ຕຸລາ 2015 ເວລາ 17:11 ໂມງ ພຣະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລິກ ປະທານສູນກາງພຸດທະສາສະໜາສຳພັນລາວ, ເຈົ້າອະທິການວັດອົງຕື້ ນະຄອນຫລວງວຽງຈັນ ໄດ້ເຖິງແກ່ມໍລະນະພາບແລ້ວ ລວມອາຍຸໄດ້ 100 ປີ 6 ເດືອນ 81 ພັນສາ. 

ພຣະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລິກ ເກີດເມື່ອປີ 1915 ທີ່ບ້ານກຸງນ້ອຍ ເມືອງຕຣະການພືດຜົນ ແຂວງອຸບົນຣາຊະທານີ ປະເທດໄທ ເມື່ອອາຍຸໄດ້ 1 ປີ ໄດ້ 1 ປີ ຄອບຄົວຂອງເພິ່ນໄດ້ຍົກຍ້າຍເຂົ້າມາຕັ້ງຖິ່ນຖານຢູ່ ບ້ານໂພນທອງ ເມືອງໂພນທອງ ແຂວງຈຳປາສັກ ແລ້ວໄດ້ຖືກຮັບເປັນລູກບຸນທຳຂອງເຈົ້າເພັດຊະຣາດ, ພ້ອມກັນນັ້ນ ຍັງໄດ້ຖືກຮັບເປັນລູກບຸນທຳຂອງປະທານໂຮ່ຈິມິນ ຜູ້ນຳຂອງຫວຽດນາມອີກດ້ວຍ.  ເມື່ອອາຍຸໄດ້ 20 ປີ ໄດ້ບວດເປັນພຣະທີ່ວັດໂພສຣະປະທຸມຢູ່ບ້ານເກີດ ແຂວງອຸບົນຣາຊະທານີ, ຈາກນັ້ນ ຈຶ່ງໄດ້ເດີນທາງໄປສຶກສາປະຣິຍັດຕິທຳ ທີ່ວັດຊະນະສົງຄາມ ບາງກອກ ປະເທດໄທ ຫລັງຈາກຮຽນຈົບ ໄດ້ກັບຄືນມາປະເທດລາວ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃນອົງການພຸດທະສາສະໜາສຳພັນລາວ ຈົນເຖິງແກ່ມໍລະນະພາບ.

NjpUs24nCQKx5e1D61YspIBjgNT1rHAduCHMXLcbxuY

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...