Homeພາສາລາວທ່ານຄຶດວ່າລະຫວ່າງ 'ປັດໃຈ' ແລະ 'ປັດໄຈ' ແມ່ນຄຳໃດທີ່ສະກົດຖືກຕ້ອງ?

ທ່ານຄຶດວ່າລະຫວ່າງ ‘ປັດໃຈ’ ແລະ ‘ປັດໄຈ’ ແມ່ນຄຳໃດທີ່ສະກົດຖືກຕ້ອງ?

Published on

ຄຳທີ່ມີຄວາມໝາຍວ່າ ‘ສ່ວນປະກອບໃນການເຮັດຢ່າງໃດຢ່າງໜຶ່ງ’ ສະກົດເປັນ ‘ປັດໃຈ’. ບາດມາເປີດອ່ານໜັງສືພິມ ກໍເຫັນຄຳນີ້ອີກ ແຕ່ຜັດສະກົດເປັນ ‘ປັດໄຈ’. ທ່ານຄຶດວ່າລະຫວ່າງ ‘ປັດໃຈ’ ແລະ ‘ປັດໄຈ’ ແມ່ນຄຳໃດທີ່ສະກົດຖືກຕ້ອງ?

12043060_537721649714604_3442676910612680936_n

ຄຳຕອບ:
‘ປັດໄຈ’ ແມ່ນການສະກົດທີ່ຖືກຕ້ອງ. ‘ປັດໄຈ’ ເປັນຄຳທີ່ມີເຄົ້າມາຈາກຄຳປາລີ ‘ປັຈຈະຍະ’. ເມື່ອມາເປັນຄຳລາວ ກໍປ່ຽນສຽງມາເປັນ ‘ປັດຈັຍ’ ແລະກາຍມາເປັນ ‘ປັດໄຈ’ ຕາມການສະກົດຄຳແບບປັດຈຸບັນ

ທີ່ມາ ເພສພາສາລາວ https://www.facebook.com/phasalao?fref=ts

ພສລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...