spot_img
Homeຄວາມງາມ5 ສູດເຮັດໃຫ້ຜິວຂາວແບບທຳມະຊາດ

5 ສູດເຮັດໃຫ້ຜິວຂາວແບບທຳມະຊາດ

Published on

resize_273808__14112013120901
ສະບາຍດີ ມື້ນີ້ມີວິທີເຮັດຜິວຂາວ ມາຝາກ                                                                                                                                                                   ເຊື່ອວ່າໃຜໆຫຼາຍໆຄົນຄົງຢາກຜິວຂາວ ແຕ່ບໍ່ຮູ້ຈະເຮັດແນວໃດ ຢາກໃຊ້ນັ້ນໃຊ້ນີ້ແຕ່ກໍຢ້ານ        ລອງນຳວິທີທີ່ເຮັດໃຫ້ຜິວຂາວແບບທຳມະຊາດໄປລອງໃຊ້ກັນເບິ່ງ ດັ່ງນີ້ເດີ…

ວິທີທຳຜິວຂາວສູດໂຍເກິດໝາກນາວ
ໃຫ້ເຮົານຳເອົາໝາກນາວມາຜະສົມໂຍເກິດແລ້ວນຳໄປທາຜິວ ປະໄວ້ປະມານ 20 ນາທີ ມະນາວຈະຊ່ວຍຄັດເຊວຜິວເກົ່າ ເຜີຍຜິວໃໝ່ທີ່ຂາວສົດໃສກວ່າເດີມ ສ່ວນໂຍເກິດຈະຊ່ວຍ ລົດການລະຄາຍເຄື່ອງຜິວໜັງ.

ວິທີເຮັດໃຫ້ຜິວຂາວສູດກ້ວຍຫອມນົມສົດ
ໃຫ້ເຮົານຳກ້ວຍຫອມແລະນົມສົດມາບົດຜະສົມກັນ ແລ້ວນຳໄປພອກຜິວໃນບໍລິເວນທີ່ຕ້ອງ ການ ກ້ວຍຫອມແລະນົມສົດຈະເຮັດໃຫ້ິວຂາວນຽນ.

ວິທີເຮັດໃຫ້ຜິວຂາວສູດໝາກຫຸ່ງຜະສົມນົມສົດ
ໃຫ້ເຮົານຳໝາກຫຸ່ງແລະນົມສົດມາບົດຜະສົມກັນ ແລ້ວນຳໄປພອກໜ້າຫຼືຜິວໜັງ ທີ້ງໄວ້ປະມານ20 ນາທີ ແລ້ວລ້າງອອກ ສູດນີ້ຄ້າຍໆກັບສູດກ້ວຍຫອມແລະນົມສົດ.

ວິທີເຮັດໃຫ້ຜິວຂາວສູດນ້ຳເຜິ້ງໂຍເກິດ
ໃຫ້ເຮົານຳນໍ້າເຜິ້ງໂຍເກິດມາຜະສົມກັນ ຄົນໃຫ້ເຂົ້າກັນແລ້ວນຳໄປພອກໃບໜ້າຫຼືຜິວກາຍປະມານ 30 ນາທີແລ້ວລ້າງອອກ ໂຍເກິດຈະຊ່ວຍໃຫ້ຜິວຂາວແລະນຸ່ມຂື້ນ.

ວິທີເຮັດໃຫ້ຜິວຂາວສູດນ້ຳໝາກພ້າວ
ໃຫ້ເຮົານຳນ້ຳໝາກພ້າວມາທາຜິວໃດ້ເລີຍ ເປັນສູດບູຮານທີ່ໃຊ້ໃດ້ຜົນ ນ້ຳມັນໝາກພ້າວຈະຊ່ວຍເຮັດໃຫ້ຜິວຂາວນຽນນຸ່ມຊຸ່ມຊື່ນ.

ສຳລັບໃຜທີ່ຢາກຜິວຂາວ ລອງນຳວິທີທຳໃຫ້ຜິວຂາວເຫຼົ່ານີ້ໄປໃຊ້ກັນເບິ່ງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...