Homeຂ່າວຕ່າງປະເທດສະຫະພັນກຳມະບານຫວຽດນາມ ຮຽກຮ້ອງຂຶ້ນຄ່າແຮງງານຂັ້ນຕ່ຳ 14.3% ໃນປີໜ້າ!

ສະຫະພັນກຳມະບານຫວຽດນາມ ຮຽກຮ້ອງຂຶ້ນຄ່າແຮງງານຂັ້ນຕ່ຳ 14.3% ໃນປີໜ້າ!

Published on

558000011645401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ຕຸລານີ້ວ່າ ສະຫະພັນກຳມະບານຫວຽດນາມ ໄດ້ຮຽກຮ້ອງໃຫ້ລັດຖະບານເພີ່ມຄ່າແຮງງານຂັ້ນຕ່ຳໃນປີໜ້າຂຶ້ນ 14.3% ໂດຍອີງໃສ່ເສດຖະກິດຂອງປະເທດໄດ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ຊຶ່ງປັດຈຸບັນຄ່າແຮງງານຂັ້ນຕ່ຳຂອງຫວຽດນາມ ແມ່ນຢູ່ລະຫວ່າງ 2,150,000 – 3,100,000 ດົງ ຫລື ປະມານ 795,500 – 1,147,000 ກີບ ໂດຍສະຫະພັນກຳມະບານໄດ້ກ່າວວ່າ ເງິນຈຳນວນດັ່ງກ່າວນີ້ ແມ່ນຄວບຄຸມພຽງ 75% ເທົ່ານັ້ນ ຂອງຄວາມຕ້ອງການພື້ນຖານຂອງກຳມະກອນ.

 

ບົດຄວາມຫຼ້າສຸດ

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...