Homeຂ່າວການພັດທະນາໂຄງການປະຕິສັງຂອນຫໍພະແກ້ວ ຄັ້ງທີ III ສຳເລັດຫຼາຍໜ້າວຽກ

ໂຄງການປະຕິສັງຂອນຫໍພະແກ້ວ ຄັ້ງທີ III ສຳເລັດຫຼາຍໜ້າວຽກ

Published on

58d1fe84efdf2cc2b847a8cd006aa865

ວັນ​ທີ 2 ຕຸລາ 2015 ທີ່​ຫ້ອງວ່າການ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ​ລາຍ​ງານຄວາມ​ຄືບ​ໜ້າ​ ໃນ​ການຈັດຕັ້ງ​ປະຕິ​ບັດໂຄງການ​ປະຕິສັງຂອນຫໍພະແກ້ວ ຄັ້ງ​ທີ III ແຕ່​ເດືອນ​ກຸມພາ-ກັນຍາ 2015 ໂດຍ​ເປັນ​ປະທານ​ຂອງ ​ທ່ານ ສາຍທອງ ແກ້ວດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ພະ​ອາຈານ ເວດ ມະ​ເສ​ໄນ ຮອງ​ປະທານອົງການ​ພຸດ​ທະ​ສາສະໜາສູນ​ກາງ ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະ​ທຳ ແລະ ທ່ອງ​ທ່ຽວ ນະຄອນ​ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຕາມ​ການ​ລາຍ​ງານ​ຂອງໜ່ວຍ​ງານ​ບໍລິຫານ​ຄຸ້ມ​ຄອງ ແລະ ກອງ​ເລຂາ​ໂຄງການ​ສາມາດ​ປະຕິບັດ​ໜ້າ​ວຽກ​ໄດ້ ປະກອບ​ມີ: ວຽກ​ຮື້​ຖອນ ແລະ ສ້ອມແປງ​ຄືນ​ຫຼັງຄາ ຮື້​ຖອນ​ເພດານ ແລະ ສ້ອມແປງ​ຄືນ ສ້ອມແປງປະຕູ ວຽກ​ງານ​ອະນາໄມ ​ທາສີ ໃສ່​ຝາ ແລະ ແອວ​ຂັນ.

ສ່ວນ​ໜ້າ​ວຽກ​ທີ່​ຈະ​ຕ້ອງ​ໄດ້ສືບຕໍ່​ປະຕິບັດ​ໄລຍະ​ແຕ່​ເດືອນ​ຕຸລາ-ທັນວາ 2015 ນີ້ ປະກອບ​ມີ: ສືບຕໍ່​ມຸງ​ດິນຂໍ ເຮັດ​ດອກ​ດວງ​ເພດານ ດ້ານ​ໃນ-ດ້ານ​ນອກ ຮື້ ແລະ ສ້ອມແປງ​ພື້ນຂັ້ນໄດ​ປະຕູ ແລະ ວຽກ​ງານ​ອື່ນໆ​ອີກ​ຈຳນວນໜຶ່ງ​ທີ່​ຍັງ​ເຫຼືອ ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...