Homeຂ່າວເຫດການທ່ານ ວິດົງ ໄຊຍະສອນ ເຂົ້າຮັບຕຳແໜ່ງ ເຈົ້າແຂວງວຽງຈັນ ຜູ້ໃໝ່!

ທ່ານ ວິດົງ ໄຊຍະສອນ ເຂົ້າຮັບຕຳແໜ່ງ ເຈົ້າແຂວງວຽງຈັນ ຜູ້ໃໝ່!

Published on

062

ຂປລ. ພິທີ​ມອບ​-ຮັບ​ ໜ້າ​ທີ່​ເຈົ້າ​ແຂວງໆ​ວຽງ​ຈັນຜູ້​ເກົ່າ​ ​ແລະ ​ໃໝ່ ລະຫວ່າງ ​ທ່ານ ຄຳ​ເມິງ ​ພົງ​ທະ​ດີ ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງໆ​ວຽງ​ຈັນ​ຜູ້​ເກົ່າ ​ແລະ ທ່ານ​ ວິ​ດົງ​ ໄຊ​ຍະ​ສອນ​ ເລ​ຂາ​ພັກ​ແຂວງ, ​​ເຈົ້າ​ແຂວງໆ​ວຽງ​ຈັນ​ຜູ້​ໃໝ່​ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ຕຸລາ 2015 ຢູ່​​ແຂວງ​ວຽງ​ຈັນ ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ຈັນ​ສີ​ ໂພ​ສີຄຳ​ ເລຂາທິການ​ສູນ​ກາງ​ພັກ​, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ຕາງໜ້າ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ພັກ, ມີ​ບັນດາ​ສະຫາຍ​ໃນຄະນະ​ບໍລິຫານ​ງານ​ພັກ​ແຂວງ​ ແລະ​ ພະນັກງານ​ຫລັກ​ແຫລ່ງພາຍ​ໃນ​ແຂວງ​ ເຂົ້າ​ຮ່ວມ​​ເປັນ​ສັກຂີ​ພິຍານ.

ການ​ມອບ-ຮັບ​ໜ້າ​ທີ່​ດັ່ງກ່າວ ​ແມ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ແລະ ລັດຖະ​ດຳລັດ​ຂອງປະທານ​ປະ​ເທດ​ ວ່າ​ດ້ວຍ​ການ​​ຍົກ​ຍ້າຍ​ສະຫາຍ ​ຄຳ​ເມິງ ​ພົງ​ທະ​ດີ​ ກຳມະການ​ສູນ​ກາງ​ພັກ​, ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ ແຂວງ​ວຽງ​ຈັນ​ ໄປ​ຮັບ​ໜ້າ​ທີ່​ໃໝ່​ຢູ່​ຫ້ອງ​ວ່າການ ​ປະທານ​ປະ​ເທດ ​ແລະ ​ ແຕ່ງ​ຕັ້ງທ່າ​ນ ວິ​ດົງ ​ໄຊ​ຍະ​ສອນ ​ເປັນ​ເຈົ້າ​ແຂວງໆ​ວຽງ​ຈັນ.​ ໃນ​ໂອກາດ​ນີ້ ທ່ານ ​ຈັນ​ສີ​ ໂພ​ສີຄຳ​ ​ໄດ້ໂອ້​ລົມ​ເຊິ່ງທ່ານ​ໄດ້​ເນັ້ນ​ໜັກ​ ໃຫ້​ບັນດາ​ການ​ນຳ​ທຸກ​ຂັ້ນ​ພາຍ​ໃນ​ແຂວງ​ ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ ​ໃຫ້​ແໜ້​ນ​ແຟ້ນ​​ເພື່ອ​ນຳພາ​ແນວ​ຄິດ ​ສະມາຊິກ​ພັກ​-ພະນັກງານ​​ ແລະ​ ປະຊາຊົນ​ບັນດາ​ ເຜົ່າ​ ໃຫ້​ເຂົ້າ​ໃຈ​ຕໍ່​ການ​ຊັບ​ປ່ຽນ ​ພະນັກງານ​ການ​ນຳ​ໃນ​ຄັ້ງ​ນີ້, ສືບ​ຕໍ່​ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ ໃຫ້​ໜັກ​ແໜ້ນ ​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ, ສືບ​ຕໍ່​ເປັນ​ຫລັກ​ແຫ​ລ່ງ​ເປັນ​ຄັນ​ທຸງ ​ແລະ ​ເປັນ​ແກນ​ນຳ​ໃນ​ການ​ເຕົ້າໂຮມ ​ຄວາມ​ສາມັກ​ຄີ​ ໃນ​ຖັນ​ແຖວ​ສະມາຊິກ​ພັກ-ພະນັກງານ,​ ເພື່ອ​ໃຫ້ການ​ຮ່ວມມື​ກັບ​ບັນ​ດາ​ການນຳ​ຜູ້​ໃໝ່​ ເພື​ອພັດທະນາ​ແຂວງວຽງຈັນ​ ໃຫ້​ຈະ​ເລີ​ນກ້າວໜ້າ​ຍິ່ງໆຂຶ້ນ​ໄປ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...