Homeຂ່າວຕ່າງປະເທດ12 ປະເທດ ບັນລຸຂໍ້ຕົກລົງ TPP ສ້າງເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ!

12 ປະເທດ ບັນລຸຂໍ້ຕົກລົງ TPP ສ້າງເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ!

Published on

558000011588501

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ຕຸລານີ້ວ່າ ກຸ່ມ 12 ປະເທດຮອບມະຫາສະໝຸດປາຊີຟິກ ຫລື ກຸ່ມປະເທດ TPP (Trans – Pacific Partnership) ໄດ້ບັນລຸຂໍ້ຕົກລົງຮ່ວມກັນໃນມື້ວັນຈັນທີ 5 ຕຸລາຜ່ານມານີ້ ໃນການສ້າງເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ຊຶ່ງຈະຊ່ວຍເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດລະຫວ່າງບັນດາປະເທດສະມາຊິກ ຊຶ່ງປະກອບດ້ວຍ ປະເທດອົດສະຕາລີ, ບຣູໄນ, ການາດາ, ຊີເລ, ຍີ່ປຸ່ນ, ມາເລເຊຍ, ແມັກຊິກ, ນິວຊີແລນ, ເປຣູ, ສິງກະໂປ, ສະຫະລັດອາເມຣິກາ ແລະ ຫວຽດນາມ.

ທັງນີ້ ການບັນລຸຂໍ້ຕົກລົງດັ່ງກ່າວ ແມ່ນຈະເປັນການສ້າງເຂດການຄ້າເສລີທີ່ໃຫຍ່ທີ່ສຸດຂອງໂລກ ຊຶ່ງມີອັດຕາສ່ວນປະມານ 40% ຂອງຜະລິດຕະພັນມວນລວມພາຍໃນປະເທດ ຫລື ຈີດີພີ ຂອງທົ່ວໂລກ.

558000011597402

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...