spot_img
Homeຂ່າວພາຍ​ໃນໄປທ່ຽວຊົມບຸນທາດຫຼວງຕ້ອງມີສະຕິ

ໄປທ່ຽວຊົມບຸນທາດຫຼວງຕ້ອງມີສະຕິ

Published on

15-11-2556 11-36-35

ໃນປັດຈຸບັນ, ບັນຫາປາ ກົດການຫຍໍ້ໃນສັງຄົມຍັງມີ ໜໍ່ແໜງເກີດຂຶ້ນຢ່າງຕໍ່ເນື່ອງ  ໂດຍຜູ້ກະທໍາຜິດຕໍ່ລະ  ບຽບກົດໝາຍບ້ານເມືອງບໍ່  ໄດ້ຢ້ານກົວຫວັ່ນໄຫວຕໍ່ ມາດຕະການລົງໂທດແຕ່ຢ່າງ ໃດ, ເຖິງແມ່ນວ່າຈະຖືກເຈົ້າ ໜ້າທີ່ບ້ານເມືອງຈັບກຸມນໍາ ເອົາຕົວໄປຮັບໂທດຕາມສະ ຖານໜັກ-ເບົາ ທັງໄລຍະສັ້ນ ແລະ ຍາວ, ແຕ່ພວກທີ່ຢູ່ໜັກ ແຜ່ນດິນບໍ່ຊ່ວຍສ້າງສາພັດ  ທະນາປະເທດຊາດແລ້ວຍັງ ສ້າງຄວາມປັ່ນປ່ວນກໍ່ກວນ ຄວາມບໍ່ສະຫງົບ ມ້າງເພທໍາລາຍສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດຕື່ມອີກ.
ບັນດາປາກົດການຫຍໍ້ທໍ້ທີ່ ເກີດຂຶ້ນເປັນປະຈໍາ ນັບເປັນ ລາຍວັນກໍວ່າໄດ້ທີ່ສ້າງຄວາມ
ບໍ່ສະບາຍໃຈໃຫ້ແກ່ປະຊາຊົນ  ຜູ້ທຸກຍາກຫາເຊົ້າກິນ ແລງນັ້ນ ໄດ້ແກ່ບັນຫາຢາເສບຕິດ, ຂີ້ ລັກ-ງັດແງະຕາມເຮືອນຊານ ສະຖານທີ່ພັກພາອາໄສ, ການ
ປຸ້ນຊັບ-ຊິງຊັບ, ເລາະລຽບ ລັດຫາດຶງກະເປົາຕາມສະ ຖານທີ່ສັນຈອນຕ່າງໆ, ຍິ່ງໄປ
ກວ່ານັ້ນ ເຖິງຂັ້ນຂ້າເຈົ້າເອົາ ຂອງກໍມີດັ່ງເຮົາຈະໄດ້ຍິນ ໄດ້
ເຫັນລົງຂ່າວທາງໜ້າໜັງສື ພິມປ້ອງກັນຄວາມສະຫງົບ ເປັນໄລຍະ. ແຕ່ກ່ອນເຮົາຈະ ເຫັນເຫດການດັ່ງກ່າວມານັ້ນ ຢູ່ບ້ານເພິ່ນເມືອງເຂົາ ຢູ່ຫ່າງ ໄກຈາກບ້ານເມືອງຂອງເຮົາ, ແຕ່ເມື່ອປະເທດເປີດກວ້າງຕໍ່ສັງຄົມພາຍນອກຫລາຍຂຶ້ນ ປະເທດຊາດຮັ່ງມີຈະເລີນ  ກ້າວໜ້າພັດທະນາໄປໄວຂຶ້ນ
ພວກກໍ່ເຫດຄວາມບໍ່ສະຫງົບ ໃນສັງຄົມກໍຕິດຕາມມາໃນ ຫລາຍຮູບແບບຍິ່ງຂຶ້ນ ສ້າງ ຄວາມສັບສົນວຸ້ນວາຍໃຫ້ເຈົ້າ ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນການສະ ກັດກັ້ນ-ປ້ອງກັນ ແລະ ແກ້ໄຂ ບັນດາບັນຫາປະກົດການຫຍໍ້ທໍ້ເຫລົ່ານັ້ນ.
ຕົວເລກຈາກກອງບັນຊາ ການ ປກສ ນະຄອນຫລວງ ໄດ້ເປີດເຜີຍກ່ຽວກັບປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງ ຄົມພາຍໃນອາທິດດຽວຄື ແຕ່
ວັນທີ 31 ຕຸລາເຖິງ 6 ພະຈິກ
2013ມີຄະດີເກີດຂຶ້ນທັງໝົດ ເຖິງ 60 ເລື່ອງ, ໃນນັ້ນຄະດີ ທີ່ພົ້ນເດັ່ນກວ່າໝູ່ແມ່ນຄະດີ ລັກຊັບພົນລະເມືອງກວມ 28 ເລື່ອງ, ຊີງຊັບ 8, ຢາເສບຕິດ 7, ປຸ້ນຊັບ 2 ເລື່ອງ ແລະ ຄະ ດີປີກຍ່ອຍອື່ນໆອີກລວມມູນ ຄ່າເສຍຫາຍເປັນເງິນ 90 ລ້ານກວ່າກີບ, ນອກນັ້ນຍັງມີ ຄໍາ, ພາຫະນະ ແລະ ສິ່ງຂອງມີ ຄ່າອື່ນໆຈໍານວນໜຶ່ງ, ແຕ່ຖ້າ ທຽບໃສ່ອາທິດກ່ອນ(24-30 ຕຸລາ) ກໍຍັງຖືວ່າຫລຸດລົງ 11 ເລື່ອງ.
ສະນັ້ນຜູ້ທີ່ໄປທ່ຽວງານບຸນ ນະມັດສະການພະທາດຫຼວງ ຈົ່ງມີສະຕິລະມັດລະວັງຕົວ ໂດຍສະເພາະແມ່ນວັດຖຸມີ ຄ່າ ຊັບສິນເງິນ-ຄໍາທີ່ທຸກຄົນ ນໍາເອົາຕິດໂຕໄປນໍາຕ້ອງໄດ້ ມີວິທີປ້ອງກັນມ້ຽນມັດໄວ້ໃຫ້ ດີ ຢ່າໄດ້ຈົ່ງຊ່ອງຫວ່າງໃຫ້ວິ ຊາຊີບມືໄວທັງຫລາຍທີ່ປະປົນຢູ່ກັບມວນຊົນໄດ້ເຫັນ ໄດ້ລົງມືກະທໍາການໃດໆໂດຍ ງ່າຍດາຍ, ສະນັ້ນສິ່ງທີ່ເຮົາ ເຮັດໄດ້ດີທີ່ສຸດນັ້ນກໍຄືຄວາມ ມີສະຕິລະວັງຕົວຢູ່ຕະຫລອດ ເວລາ ກວດກາເບິ່ງເຄື່ອງຂອງ ເລື້ອຍໆ, ບໍ່ຄວນເຂົ້າໄປຮ່ວມ ຝູງຊົນທີ່ມີຄົນໜາແໜ້ນ ມີ ການບຽດສີກັນຫລາຍ ເພາະ ຢູ່ໃນນັ້ນ ເຮົາບໍ່ຮູ້ວ່າໃຜເປັນ ຄົນດີ ຄົນຮ້າຍ ອາໄສເບິ່ງຮູບ ຮ່າງໜ້າຕາການແຕ່ງໂຕພາຍ ນອກແມ່ນບໍ່ສາມາດຈໍາແນກ ໄດ້ຜູ້ໃດຄືສັດຕູ, ສິ່ງສໍາຄັນ  ແມ່ນບໍ່ຄວນເອົາເງິນຕິດໂຕ ໄປນໍາຫລາຍເກີນຄວາມຈໍາ ເປັນ ດັ່ງຕົວຢ່າງບຸນອອກພັນ ສາປະວໍລະນາ ແລະ ຊ່ວງ ເຮືອທ່າວັດຈັນກາງເວັນແທ້ໆ ເຈົ້າໜ້າທີ່ປະຕິບັດງານພິເສດ ສຸມທຸກກໍາລັງເຂົ້າປ້ອງກັນ ທັງນອກ ແລະ ໃນເຄື່ອງແບບ ປານນັ້ນກຸ່ມວິສາຊີບແຫກກະ ເປົາຍັງກ້າລົງມື ແລະ ສາມາດ ຫລຸດຫລອດຈາກສາຍຕາ ຂອງເຈົ້າໜ້າທີ່ໄປໄດ້.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...