Homeຂ່າວຕ່າງປະເທດພົບຊາກສົບຜູ້ອົບພະຍົບ 85 ສົບ ເໜົ່າເປື່ອຍຄ້າງຊາຍຫາດ ເຂດເມືອງຫລວງປະເທດລິບີ!

ພົບຊາກສົບຜູ້ອົບພະຍົບ 85 ສົບ ເໜົ່າເປື່ອຍຄ້າງຊາຍຫາດ ເຂດເມືອງຫລວງປະເທດລິບີ!

Published on

558000011589701

ສຳນັກງານຕ່າງປະເທດ ລາຍງານໃນວັນທີ 6 ຕຸລານີ້ວ່າ ເຈົ້າໜ້າທີ່ສະພາຊີກວົງເດືອນແດງ ໄດ້ອອກມາເປີດເຜີຍໃນມື້ວັນຈັນທີ 5 ຕຸລາຜ່ານມານີ້ ເຖິງພາບທີ່ສ້າງຄວາມສະຫລົດໃຈ ເມື່ອເຈົ້າໜ້າທີ່ອາສາສະໝັກໄດ້ເຂົ້າດຳເນີນການເກັບກູ້ ຊາກສົບທີ່ເໜົ່າເປື່ອຍຂອງຜູ້ອົບພະຍົບ ລອຍຂຶ້ນມາຄ້າງຢູ່ຕາມຊາຍຫາດຕ່າງໆ ແຄມທະເລເມດິແຕຣານຽນ ໃກ້ກັບນະຄອນຫລວງຂອງປະເທດລີບີ ໂດຍໃນນັ້ນພົບ 75 ສົບ ຢູ່ບໍລິເວນຊາຍຫາດຂອງນະຄອນຫລວງຕຣິໂປລີ ແລະ ອີກ 10 ສົບ ໃນເມືອງຊາບຣາທາ ຫ່າງອອກໄປທາງພາກຕາເວັນຕົກປະມານ 70 ກິໂລແມັດ ລວມທັງໝົດ 85 ສົບ.

ທັງນີ້ ພາບດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຊາຕາກຳຂອງຊາວຜູ້ອົບພະຍົບ ທີ່ເສຍຊີວິດຈາກເຫດເຮືອຂວ້ຳຢູ່ກາງທະເລ ຊຶ່ງສະເພາະພາຍໃນປີນີ້ ແມ່ນມີຜູ້ອົບພະຍົບຂ້າມທະເລເມດິແຕຣານຽນແລ້ວ ປະມານ 515,000 ຄົນ ຊຶ່ງໃນນັ້ນຫລາຍກ່ວາ 3,000 ຄົນ ຕ້ອງມາຈົບຊີວິດ ຫລື ສູນຫາຍຢູ່ກາງທະເລ.

558000011589702

Mideast Libya

Mideast Libya

Mideast Libya

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...