Homeຂ່າວການພັດທະນາກະຊວງຊັບຯ ຈະສູ້ໍຊົນອອກໃບຕາດິນໃຫ້ໄດ້ຫລາຍກວ່າ 4 ແສນຕອນ ພາຍໃນປີ 2020!

ກະຊວງຊັບຯ ຈະສູ້ໍຊົນອອກໃບຕາດິນໃຫ້ໄດ້ຫລາຍກວ່າ 4 ແສນຕອນ ພາຍໃນປີ 2020!

Published on

IMG_1761

ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສີສະຫວັດ ວິທະໄຊ ໃຫ້ຮູ້ວ່າ: ໃນ 5 ປີຕໍ່ນ້າຄືນັບແຕ່ປີ 2016-2020 ຈະສູ້ຊົນຈັດຕັ້ງປະຕິບັດການຂຶ້ນທະບຽນທີ່ດິນໃຫ້ໄດ້ຫລາຍກວ່າ 4 ແສນຕອນຂອງຈໍານວນ 1,8 ລ້ານຕອນດິນທີ່ຍັງບໍ່ທັນອອກໃບຕາດິນໃນທົວປະເທດ, ຂະນະທີ່ຂໍ້ມູນທີ່ດິນຫລາຍກວ່າ 1,2 ລ້ານຕອນໃນຈໍານວນ 2,6 ລ້ານຕອນທົ່ວປະເທດ, ໄດ້ເອົາເຂົ້າຖານເກັບຂໍ້ມູນລະບົບຄອມພິວເຕີແລ້ວ ແລະ ເພື່ອປ້ອງກັນບັນຫາການສວຍໂອກາດອອກໃບຕາດິນປອມ, ອອກໃບຕາດິນຊໍ້າຊ້ອນ, ອັນເປັນສາເຫດຕົ້ນຕໍກໍ່ໃຫ້ເກີດຂໍ້ຂັດແຍ່ງທາງດ້ານທີ່ດິນຫລວງຫລາຍໃນໄລຍະຜ່ານມານັ້ນ, ແມ່ນພວກເຮົາໄດ້ທົດລອງນໍາໃຊ້ລະບົບໄອທີທັນສະໄໝ LLMS ເຂົ້າໃນການຄຸ້ມຄອງ–ບໍລິຫານທີ່ດິນຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫລວງວຽງຈັນຄື: ຕິດຕາມການຮັບເອກກະສານຈາກຜູ້ມາໃຊ້ບໍລິການກ່ຽວກັບທີ່ດິນ, ເກັບກໍາຂໍ້ມູນການຂຶ້ນທະບຽນອອກໃບຕາດິນ, ການຈົດທະບຽນມອບ–ໂອນຕອນດິນ, ແຍກແບ່ງດິນ, ໂຮມຕອນດິນ, ພິມໃບຕາດິນ, ໃບທະບຽນທີ່ດິນ, ອອກໃບຄິດໄລ່ເກັບລາຍຮັບຈາກການເສຍຄ່າທໍານຽມທີ່ດິນ, ອາກອນຈາກການຊື້–ຂາຍສິດນໍາໃຊ້ທີ່ດິນເພື່ອໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນເອົາໃບບິນໄປຖອກເງິນເຂົ້າຄັງເງິນແຫ່ງຊາດໂດຍບໍ່ຜ່ານການຂຽນດ້ວຍມື ແລະ ກວດກາຫລາຍຂອດ ແລະປ່ຽນຈາກການແຕ້ມຕອນດິນດ້ວຍມືມາແຕ້ມດ້ວຍຄອມພິວເຕີທັນສະໄໝຊັດເຈນຖືກຕ້ອງຫລາຍຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...