spot_img
Homeຂ່າວພາຍ​ໃນລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືດ້ານວຽກງານຊາຍແດນ

ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືດ້ານວຽກງານຊາຍແດນ

Published on

15-11-2556 11-03-11

ກອງປະຊຸມຄັ້ງທີ X ລະ ຫວ່າງກົມຊາຍແດນ ແລະ ແຜນທີ່, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ກັບ ກອງບັນຊາການທະຫານ ຊາຍແດນ, ກະຊວງປ້ອງກັນ ປະເທດແຫ່ງ ສສ ຫວຽດນາມ ໄດ້ດຳເນີນໄປຢ່າງມີຜົນສຳ ເລັດໃນວັນທີ 12 ພະຈິກ 2013 ຢູ່ທີ່ໂຮງແຮມອ່າງຄຳ ນະຄອນຫຼວງວຽງຈັນ, ພາຍ ໃຕ້ການເປັນປະທານຮ່ວມ ຂອງສະຫາຍພັນເອກ ສີພັນ ພຸດທະວົງ, ຫົວໜ້າກົມຊາຍ
ແດນ ແລະ ແຜນທີ່ກົມໃຫຍ່
ເສນາທິການກອງທັບປະຊາ ຊົນລາວ ແລະ ສະຫາຍພົນຕີ ວໍ້ຈ໋ອງຫວຽດ, ຜູ້ບັນຊາການ ທະຫານຊາຍແດນກອງທັບ ປະຊາຊົນຫວຽດນາມ ໂດຍມີ ພະນັກງານທີ່ກ່ຽວຂ້ອງຂອງ ສອງກອງທັບເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ທັງສອງ ຝ່າຍໄດ້ພ້ອມກັນປຶກສາຫາລື ແລກປ່ຽນສະພາບການ ແລະ ທົບທວນຄືນຜົນການຮ່ວມມື ຈັດຕັ້ງປະຕິບັດ ບົດບັນທຶກ ກອງປະຊຸມຄັ້ງທີ 9 ຜ່ານມາ ແລະ ທິດທາງແຜນການຮ່ວມ ມືໃນປີ 2014, ກ່ຽວກັບສະ ພາບການຮ່ວມມືລະຫວ່າງ ສອງຝ່າຍໃນຮອບໜ່ຶ່ງປີຜ່ານ ມາເຫັນວ່າມີການຂະຫຍາຍ ຕົວ ຢ່າງໜັກແໜ້ນ, ເລິກເຊິ່ງ ສູ້ລະດັບໃໝ່ ແລະ ມີປະສິດ ທິຜົນນັບມື້ສູງຂຶ້ນຢ່າງບໍ່ຢຸດ ຢັ້ງ, ການພົວພັນຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ລະ ຫວ່າງສອງກອງທັບລາວ- ຫວຽດນາມ ແມ່ນບົນຈິດໃຈ ເສີມຂະຫຍາຍມູນເຊື້ອແຫ່ງ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ-ລັດ, ກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະ ເພາະໃນການພົວພັນຮ່ວມມື ລະຫວ່າງກົມຊາຍແດນ ແລະ ແຜນທີ່ ກັບ ກອງບັນຊາການ ທະຫານຊາຍແດນຫວຽດ ນາມ ຕະຫຼອດຮອດການພົວ ພັນໃນລະດັບທ້ອງຖິ່ນແຂວງ ຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ພາກສ່ວນກ່ຽວຂ້ອງຂອງທັງ ສອງຝ່າຍກໍ່ໄດ້ຮັບການພັດ ທະນາຢ່າງຕັ້ງໜ້າສະແດງ ອອກໃນການຄຸ້ມຄອງປົກປັກ ຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ກໍ່ໄດ້ມີ ການແລກປ່ຽນຂໍ້ມູນຂ່າວ ສານທີ່ເປັນປະໂຫຍດຮ່ວມ ກັນເປັນປົກກະຕິ, ການຊ່ວຍ ເຫຼືອໃນການກໍ່ສ້າງພະນັກ ງານວິຊາການດ້ານວຽກງານ ຊາຍແດນກໍ່ນັບມື້ນັບເພີ່ມທະ ວີຂຶ້ນ, ການຊ່ວຍເຫຼືອທາງດ້ານ ວັດຖຸ, ພາຫະນະ ແລະ ທຶນ ຮອນກໍ່ນັບມື້ດີຂຶ້ນເລື້ອຍໆ.
ໂອກາດນີ້ທັງສອງຝ່າຍກໍ່ໄດ້ ພ້ອມກັນລົງນາມໃນບົດບັນ ທຶກຊ່ວຍຈຳລະຫວ່າງກົມ ຊາຍແດນ ແລະ ແຜນທີ່ ນຳ ໂດຍສະຫາຍພັນເອກ ສີພັນ ພຸດທະວົງ, ຫົວໜ້າກົມຊາຍ ແດນ ແລະ ແຜ່ນທີ່ ກັບກອງ ບັນຊາການທະຫານຊາຍ ແດນ ສສ ຫວຽດນາມ ນຳ ໂດຍສະຫາຍພົນຕີ ວໍ້ຈ໋ອງ ຫວຽດ, ຜູ້ບັນຊາການທະຫານ ຊາຍແດນກອງທັບປະຊາຊົນ ຫວຽດນາມ, ເຊິ່ງມີພະນັກ ງານຂັ້ນສູງທັງສອງຝ່າຍເຂົ້າ ຮ່ວມ, ໂດຍທັງສອງຝ່າຍໄດ້ ເປັນເອກະພາບກັນໃນຕໍ່ໜ້າ ຈະປະສານສົມທົບກັນແໜ້ນ ແລະ ຈັດຕັ້ງປະຕິບັດບັນດາ ວຽກງານໃຫ້ດີຂຶ້ນ ເປັນຕົ້ນ ແມ່ນສືບຕໍ່ໂຄສະນາອົບຮົມ ໃຫ້ພົນລະເມືອງຂອງຕົນທີ່ອາ ໄສຢູ່ຕາມບໍລິເວນຊາຍແດນ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ສາຍພົວພັນມິດຕະພາບແບບ ພິເສດລາວ-ຫວຽດນາມ ສັນ ຍາວ່າ: ດ້ວຍລະບຽບການ ຊາຍແດນ ແລະ ຂໍ້ຕົກລົງທີ່ ທັງສອງຝ່າຍໄດ້ລົງນາມກັນ. ສອງຝ່າຍຕ້ອງປະສານສົມ ທົບແໜ້ນໃນການແລກປ່ຽນ ສະພາບການ ແລະ ຕໍ່ສູ້ຕ້ານ ສະກັດກັ້ນບັນດາປະກົດການ ຫຍໍ້ທໍ້ຕາມບໍລິເວນຊາຍແດນ ຮ່ວມກັນ ແລະ ບັນຫາອື່ນໆ ອີກ ທັງໝົດນີ້ກໍ່ເພື່ອເຮັດໃຫ້ ການພົວພັນຮ່ວມມືດ້ານວຽກ ງານຊາຍແດນລາວ-ຫວຽດ ນາມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...