spot_img
Homeຂ່າວເຫດການສະຫາຍເລຂາທິການໃຫຍ່ ສຳເລັດການຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ

ສະຫາຍເລຂາທິການໃຫຍ່ ສຳເລັດການຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ

Published on

choummaly

ໃນລະຫ່ວາງວັນທີ 2 ຫາ ທີ 4 ຕຸລາ 2015. ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ຢຽມຢາມສັນທະວະໄມຕີ ສາທາລະນະລັດ ກູບາ ຢ່າງເປັນທາງການ. ຕາມຄຳເຊີນຂອງ ສະຫາຍ ຣາອູນ ກັດສໂຕ, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກ ຄອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງສາທາລະນະລັດ ກູບາ. ໃນໄລຍະຢ້ຽມຢາມກູບາ ຄະນະໄດ້ໄປວາງພວງມະລາເພື່ອລະນຶກເຖິງຄຸນງາມຄວາມດີຂອງພະນັກງານນັກຮົບປະຕິວັດ ທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ ທີ່ອານຸສາວະລີວິລະຊົນແຫ່ງຊາດ ໂຮເຊ ມາກຕີ. ຈາກນັ້ນ, ກໍເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການຢູ່ຫໍສະພາແຫ່ງລັດ ສາທາລະນະລັດ ກູບາ ໂດຍມີ ສະຫາຍ ຣາອູນ ກັດສໂຕຼ,  ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງ ສ.ກູບາ ພ້ອມການນຳສຳຄັນຂອງກູບາໃຫ້ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ. ໃນການພົບປະສອງຝ່າຍຜູ້ນຳທັງສອງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບອັນພົ້ນເດັ່ນຂອງສອງພັກ ແລະ ການພັດທະນາເສດຖະກິດ – ສັງຄົມຂອງຕົນໃນປັດຈຸບັນ ພ້ອມທັງຕີລາຄາສູງຕໍ່ກາານພົວພັນຮ່ວມມືລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດໃນໄລຍະຜ່ານມາ.ເປັນເອກະພາບກັນໃນທິດທາງການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້ມີປະສິດທິຜົນສູງກ່ວາເກົ່າ. ຖືໂອກາດນີ້, ສະຫາຍ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງຍາດມາໄດ້ໃນພາລະກິດປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການສ້າງສາພັດທະນາກູບາໃນປັດຈຸບັນ ແລະ ອວຍພອນໃຫ້ກູບາຈົ່ງປະສົບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສັງຄົມນິຍົມບົນເກາະວິລະຊົນ ແລະ ອວຍພອນໃຫ້ການດຳເນີນກອງປະຊຸມໃຫຍ່ຄັ້ງທີ 7 ຂອງຕົນປະສົບຜົນສຳເລັດເປັນຢ່າງດີ. ສປປ ລາວ ຢືນຢັນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຕົນໃນການເສີມຂະຫຍາຍສາຍພົວພົວພັນມິດຕະພາບ,ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ລາວ – ກູບາ ໃຫ້ມີໝາກຜົນຕົວຈິງຫຼາຍກວ່າເກົ່າ. ສະຫາຍ ຣາອູນ ກັດສໂຕຼ ໄດ້ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມກູບາຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຕະຫຼອດ 40 ຜ່ານມາ. ພ້ອມທັງອວຍພອນໃຫ້ປະຊາຊົນລາວອ້າຍນ້ອງຈົ່ງສືບຕໍ່ຍາດຍາດ ຜົນສຳເລັດໃໝ່ໃນພາລະກິດສ້າງສາປະເທດຊາດຕາມທິດສ້າງໃຫ້ປະເທດມັ່ງຄັ້ງເຂັ້ມແຂງ, ປະຊາຊົນມີຄວາມຮັ່ງມີຜາສຸກສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລອວຍພອນໃຫ້ການສະເຫູີມສະຫຼອງວັນສະຖາປະນາ ສປປ ລາວ ທີ່ຈະມາເຖິງ ແລະ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະສົບຜົນສຳເລັດຢ່າງຈົບງາມ ສ.ກູບາ ຢືນຢັນທີ່ຈະສືບ ຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບ ສປປ ລາວ ແລະ ສະແດງຄວາມຂອບໃຈມາຍັງພັກລັດຖະບານກໍຄືປະຊາຊົນລາວທີ່ຍາມໃດກໍໃຫ້ການສະສະໜັບສະໜູນພາລະກິດຕໍ່ສູ້ອັນເປັນທຳຂອງປະຊາຊົນກູບາ ໃນເວທີພາກພື້ນ ແລະ ສາກົນ. ຜູ້ນຳທັງສອງຍັງໄດ້ປຶກສາຫາລືກ່ຽວກັບບັນຫາສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ສະຫາຍ ຣາອູນ ກັດສໂຕຼ ໄດ້ປະດັບຫຼຽນ ໂຮເຊ ມາກຕີ ເຊິ່ງເປັນຫຼຽນສູງສຸດຂອງ ສາທາລະ ນະລັດ ກູບາ ໃຫ້ແກ່ ສະຫາຍ ຈູມມາລີ ໄຊຍະສອນ ທີ່ມີຜົນງານໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ – ກູບາ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ; ແລະ ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ຣາອູນ ກັດສໂຕຼ ກໍໄດ້ ຈັດງານລ້ຽງເປັນກຽດຕ້ອນຮັບການເດີນທາງໄປຢ້ຽມຢາມ ກູບາ ຂອງ ສະຫາຍ ຈູມມາລີ ໄຊຍະສອນພ້ອມຄະນະ. ໃນການຢ້ຽມຢາມກູບາຄັ້ງນີ້, ຄະນະໄດ້ໄປຢ້ຽມຢາມສູນຄົ້ນຄົ້ນຄວ້າວິທະຍາສາດແລະ ວິສະວະກຳເຕັກໂນໂລຊີດ້ານຊີວະພາບ ເຊິ່ງເປັນສູນຢູ່ໃນອັນດັບຕົ້ນໆຂອງໂລກໃນການຄົ້ນຄ້ວາປະເພດຢາຕ້ານພະຍາດຕ່າງໆ. ໄດ້ໄປຢ້ຽມຊົມເມືອງເມືອງເກົ່າ ຣາຮາວານທີ່ຖືກຮັບຮອງເປັນມໍລະດົກດ້ານວັດທະນາທຳຂອງໂລກ.ໃນການຢ້ຽມຢາມຄັງນີ້, ສອງຝ່າຍໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ ໄລຍະປີ 2016 – 2020 ແລະ ສັນຍາວ່າດ້ວຍການແລກປ່ຽນທີ່ດິນ ແລະ ເຮືອນລະຫວ່າງກະຊວງການຕ່າງປະເທດລາວ – ກູບາ. ພ້ອມນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ກໍໄດ້ເຊື້ອເຊີນ ສະຫາຍ ຣາອູນ ກັດສໂຕຼ ເລຂາທີໜື່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ຢ້ຽມຢາມ ສປປ ລາວ ເຊີ່ງກໍໄດ້ຮັບການຕອບຮັບ.

ການຢ້ຽມຢາມ ສ.ກູບາ ຂອງສະຫາຍ ຈູມມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປ ລາວ  ພ້ອມຄະນະໃນຄັ້ງນີ້ ໄດ້ປະກອບສ່ວນສຳຄັັນເຂົ້າໃນການເພີ່ມພູນຄູນສ້າງແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຖານອ້າຍນ້ອງລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ – ກູບາ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...