Homeມູມໄອທີລາວວິທີ ເລັ່ງ​ຄວາມ​ໄວ Windows 10

ວິທີ ເລັ່ງ​ຄວາມ​ໄວ Windows 10

Published on

ຫລັງ​ຈາກ​ທີ່ Microsoft ເປີດ​ໂຕ Windows 10 ຢ່າງ​ເປັນ​ທາງ​ການ ແລະ​ ປ່ອຍ​ໃຫ້​ຜູ້​ໃຊ້​ງານ Windows 7 ແລະ Windows 8.1 ທີ່​ຖືກ​ລິຂະ​ສິດ ໄດ້​ອັບ​ເກຣດ​ເປັນ Windows 10 ແບບ​ຟຣີໆ ໄປ​ກ່ອນ​ໜ້າ​ນີ້ ແລະ ​ຫລາຍ​ຄົນ​ກໍ່ໄດ້​ໃຊ້​ງານ​ກັນ​ໄປ​ນຳ​ແລ້ວ ມື້​ນີ້​ເຮົາ​ຂໍ​ສະເໜີ​ ວິທີ​ເລັ່ງ​ຄວາມ​ໄວ Start Menu ເທິງ Windows 10 ມາ​ຝາ​ກ ຈະ​ເຮັດ​ໄດ້​ຢ່າງໃດ​ໄປ​ເບິ່ງ​ກັນ​ເລີຍ

start-menu

ວິທີ ເລັ່ງ​ຄວາມ​ໄວ Windows 10

ທຳອິດເປີດ ໂປຣ​ແກຣມ Run ເທິງ Windows 10 ຂຶ້ນ​ມາ ຫຼື ​ກົດ​ຄີ​ລັດ ປຸ່ມ Windows+R

ຈາກ​ນັ້ນ​ກໍ່​ພິມ sysdm.cpl

run-box

ລະບົບ​ຈະ​ເປີດ​ໜ້າ​ຕ່າງ  System Properties  ຂຶ້ນ​ມາ ແລະ​ ໃຫ້​ເຮົາ​ເລືອກ​ທີ່​ແທັບ Advanced ຈາກ​ນັ້ນ​ໄປ​ທີ່  Performance  ເລືອກ​ທີ່​ປຸ່ມ  Settings

step-3

ໜ້າ​ຕ່າງ  Performance Option  ໃຫ້​ເລືອກ​ທີ່​ແທັບ Visual Effects  ແລ້ວ​ປັບ​ຕັ້ງ​ຄ່າ​ຕາມ​ທີ່​ມັກ​ເລືອກ Custom ແລ້ວ​ຄລິກ Animate windows when minimizing and maximizing ອີກ ແລະ​ ປັບ​ຕາມ​ພາບ​ປະກອບ

animate

ຖ້າ​ຫາກ​ປັບ​ຕາມ​ພາບ​ປະກອບ​ແລ້ວ​ຍັງ​ບໍ່​ດີ​ຂຶ້ນ​ໃຫ້​ຄລິກ​ກ ເມ​ນູ​ດັ່ງ​ຕໍ່ໄປ​ນີ້

animate-1

ຈາກ​ນັ້ນ​ເມື່ອ​ສຳເລັດ​ແລ້ວ​ໃຫ້​ກົດ Apply ຫຼື OK ເປັນ​ອັນ​ສຳເລັດ​ຮຽບຮ້ອຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...