Homeຂ່າວພາຍ​ໃນເລືອກໄດ້ແລ້ວ 40 ນາງສາວລາວ ເພື່ອເຂົ້າຮອບຕໍ່ໄປ

ເລືອກໄດ້ແລ້ວ 40 ນາງສາວລາວ ເພື່ອເຂົ້າຮອບຕໍ່ໄປ

Published on

miss lao

ໃນວັນທີ 3 ຕຸລາຜ່ານມານີ້, ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງ ວຽງຈັນ, ໄດ້ມີການຄັດເລືອກນາງສາວຜູ້ທີ່ເຂົ້າຮ່ວມ ສະໝັກໃນທົ່ວປະເທດ ຈຳນວນ 100 ກວ່ານາງສາວ ເພື່ອເຂົ້າຮອບຄັດເລືອກເປັນນາງສາວລາວ 2015 , ໃນນີ້ຕົວແທນຈາກພາກໃຕ້ ແລະ ພາກເໜືອມີ10 ກວ່ານາງສາວ ແລະ ພາກກາງ 80 ກວ່ານາງສາວ, ໂດຍມີຄະນະກຳມະການຈາກກະຊວງຖະແຫລງຂ່າວຯ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ, ສະຖານີໂທລະພາບ ທີວີລາວ ແລະ ນາງສາວນະຄອນຫລວງ ປີ 2015 ຮ່ວມຄັດເລືອກໃນຮອບທໍາ ອິດ, ເຊິ່ງໃນຮອບນີ້ ທາງຄະນະກຳມະການ ໄດ້ເຮັດວຽກກັນຢ່າງໜັກໃຈ ທີ່ສຸດ, ແຕ່ກໍພະຍາຍາມເລືອກເອົານາງສາວຜູ້ທີ່ງາມ ແລະ ມີຫົວຄິດປະ ດິດສ້າງທີ່ສຸດ  ຜ່ານເຂົ້າຮ່ວມຕໍ່ໄປ ແລະ ການປະກາດຜົນລາຍຊື່ ນາງສາວຜູ້ຜ່ານເຂົ້າ ຮອບຕໍ່ໄປຈະມີ ຂຶ້ນໃນວັນທີ 10 ຕຸລາ 2015, ຫລັງຈາກນັ້ນ ໃນວັນທີ 12 ຕຸລານີ້, ກໍຈະມີການຄັດ ເລືອກຈາກ 40 ນາງສາວ ໃຫ້ເຫລືອພຽງ 20 ນາງສາວ ເພື່ອເຂົ້າຮ່ວມໃນງານປະ ກວດນາງສາວລາວໃນຄ່ຳຄືນ ຂອງວັນທີ 21 ພະຈິກນີ້, ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ.

ຂ່າວຈາກ:
ລພນ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...