Homeຂ່າວພາຍ​ໃນຫ້ອງວ່າການລັດຖະບານເລືອກ​ຜູ້​ແທນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ

ຫ້ອງວ່າການລັດຖະບານເລືອກ​ຜູ້​ແທນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ

Published on

meeting

ຫ້ອງວ່າການລັດຖະບານເລືອກ​ຜູ້​ແທນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ

ກອງ​ປະຊຸມ​ຕົວ​ແທນ​ສະມາຊິກ​ພັກ, ຂອງ​ອົງຄະ​ນະ​ພັກຫ້ອງ​ວ່າການ​ລັດຖະບານ (ຫລບ) ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 1 ຕຸລາຜ່ານມາ, ໂດຍການ​ເປັນ​ປະທານ​ຂອງ​ສະຫາຍ ສອນ​ໄຊ ສີ​ພັນ​ດອນ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະພັກ, ລັດຖະມົນຕີ, ຫົວໜ້າ​ ຫລບ, ​ໂດຍ​​ການໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ທອງ​ສິງ ທຳ​ມະ​ວົງກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ, ມີ​ບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ບັນດາ​ສະຫາຍ​ກໍາມະການ​ສູນ​ກາງ​, ລັດຖະມົນຕີ​ປະ​ຈໍາ​ ຫລບ, ບັນດາ​ຄະນະ​ພັກ, ພະນັກງານ​ອາວຸ​ໂສ​ບໍານານ, ບັນດາສະມາຊິກ​ພັກ-​ພະນັກງານພ້ອມດ້ວຍ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມເປັນຈໍານວນຫລາຍ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ສະຫຼຸບຕີ​ລາຄາການ​ເຄື່ອນ​ໄຫວ​ຊີ້​ນໍາ-​ນໍາພາຂອງ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ III ເຖິງປະຈຸບັນແລະທິດທາງໃນຕໍ່ໜ້າຈາກ​ສະຫາຍ ສອນ​ໄຊ ສີ​ພັນ​ດອນ, ພ້ອມທັງປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະຜູ້ແທນສໍາຮອງເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ X ຂອງ​ພັກ, ​ເຊິ່ງມີ​ຜູ້​ລົງ​ສະໝັກເລືອກ​ຕັ້ງຈຳນວນ 8 ສະຫາຍທີ່​ເປັນ​ຕົວ​ແທນ​ສະມາຊິກ​ພັກ​ ທົ່ວ​ຫ້ອງ​ວ່າການ​ລັດຖະບານຈໍານວນ 328 ສະຫາຍ, ​ເລືອກ​ເອົາ 5 ສະຫາຍ ​ເປັນ​ຍິງ 3 ສະ ຫາຍຄື: ສະຫາຍສົມ​ສະໜິດສຸວັນນະ​ລາດ,ສະຫາຍນາງ ບຸບຜາ ​ເຄນ​ວົງ​ດາລາ, ສະຫາຍ ດຣ ນາງ ວຽງສະຫວັນ ດວງ​ສະຫວັນ, ສະຫາຍນາງ ບົວ​ທາ ຂັດ​ທິຍະ, ສະຫາ​ຍ ຮສ.ດຣ. ສິງເມ ​ໂນ​ລາດ ​ແລະ ​ເລືອກ​ໄດ້ຜູ້​ແທນສໍາຮອງຈຳນວນ 2 ສະຫາຍ.

ຂ່າວຈາກ: 

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...