Homeຂ່າວການພັດທະນາຂົວຊ້າມເຊໂດນແຫ່ງໃໝ່ ສ້າງສຳເລັດແລ້ວ 87%

ຂົວຊ້າມເຊໂດນແຫ່ງໃໝ່ ສ້າງສຳເລັດແລ້ວ 87%

Published on

12039420_1632005730382687_428523993273056830_n

ຄາດວ່າເດືອນມີນາ ( 3 ) 2016 ຂົວຂ້າມນຳ້ເຊໂດນແຫ່ງໃໝ່ທີ່ເມືອງປາກເຊ ຂະໜາດ 4 ເລນ ທີ່ສ້າງແທນຂົວເກົ່າສະໄໝຝຣັ່ງຈະໄດ້ເປີດນຳໃຊ້ ມາຮອດປັດຈຸບັນການກໍ່ສ້າງສຳເລັດແລ້ວ 87%.

ທ່ານ ບຸນທະວີ ວິສຸດທິວົງ ຫົວໜ້າໂຄງການກໍ່ສ້າງ ລາຍງານໃຫ້ຮູ້ວ່າ: ບໍລິສັດລາວເວີນ ເຊິ່ງເປັນຜູ້ ຮັບເໝົາກໍ່ສ້າງ ໄດ້ເລັ່ງຂຸ້ນຂ້ຽວຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ມາຮອດປັດຈຸບັນສຳເລັດແລ້ວ 87% ໃນວຽກທາງເບຕົງເຂົ້າຫາຫົວຂົວ, ເສົາໃຫຍ່, ເສົານ້ອຍ ແລະ ວຽກເທເບຕົງຂົວ; ສຳລັບວຽກເທ ເບຕົງຂົວຄາດວ່າຈະໃຫ້ຈອດກັນໃນເດືອນທັນວາ 2015 ແລະ ຮອດເດືອນມີນາ 2016 ຈະມີພິທີມອບ – ຮັບ ແລະ ເປີດການນຳໃຊ້ຢ່າງເປັນທາງການ.
ຂົວຂ້າມນຳ້ເຊໂດນແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງປີ 2013 ມີມູນຄ່າກໍ່ສ້າງ 14,82 ລ້ານ ໂດລາສະຫະລັດ, ມີຄວາມຍາວ 220 ແມັດ, ກວ້າງ 17 ແມັດ ແລະ ມີທາງລົດແລ່ນຂຶ້ນ-ລົງໄດ້ 4 ເລນ. ໂຄງການນີ້ຖ້າສຳເລັດ ໃນເດືອນມີນາ 2016 ຈະສ້າງຄວາມສະດວກສະບາຍໃຫ້ຊາວເມືອງປາກເຊ ເພາະ ປັດຈຸບັນມີຄວາມຫຍຸ້ງຍາກສົມຄວນ ໂດຍສະເພາະໃນຊົ່ວໂມງເຂົ້າ-ອອກການ. ຖ້າອີງຕາມຄຳໃຫ້ສຳພາດ ຂອງທ່ານ ຈັນທະວີສຸກ ວັນສີລິ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງທີ່ໄດ້ໃຫ້ສຳພາດໃນ ທ້າຍເດືອນເມສາ 2015 ວ່າ ໂຄງການນີ້ຈະສຳເລັດໃນກາງປີ 2016 ຖືວ່າການກໍ່ສ້າງຈະສຳເລັດກ່ອນແຜນ.

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...