Homeຂ່າວພາຍ​ໃນລາວໂຕໂຢຕ້າຍັງຄົງເປັນຜູ້ນຳຂອງລາວ ພຣີເມຍລີກ

ລາວໂຕໂຢຕ້າຍັງຄົງເປັນຜູ້ນຳຂອງລາວ ພຣີເມຍລີກ

Published on

ສະ​ໂມ​ສອນ ລາວໂຕ​ໂຢຕ້າ ​ເອັຟຊີ ​​ເອົາ​ຊະນະ ສະ​ໂມ​ສອນ ​ໄອ​ດີ​ຊີ ຈຳປາ​ສັກ ຢູ​ໄນ​ເຕັດ ​ໄປ​ໄດ້ 3-2, ໃນຂະນະທີ່ ສະ​ໂມ​ສອນ ​ເອສ​ເຮັດ​ບີ ວຽງຈັນ ເອັຟຊີ ເອົາຊະນະ ແຊ້ມເກົ່າ ສະໂມສອນ ຮວ່າງແອັງ ອັດຕະປື ເອັຟຊີ ໄປໄດ້ 3-2 ໃນການແຂ່ງຂັນບານເຕະ ລາວ ພຣີເມຍລີກ 2015

ວັນທີ 3 ຕຸລາ 2015 ຜ່ານມາການ ແຂ່ງຂັນບານເຕະລາວ ພຣີເມຍລີກ 2015 ມີ 2 ຄູ່, ເລີ່ມຕົ້ນທີ່ສະໜາມກິລາແຂວງຈຳປາສັກ ສະໂມສອນໄອດີຊີຈໍາປາສັກ ຢູໄນເຕັດ ທີ​ມອັນ​ດັບ 8 ຂອງ​ຕາຕະລາງ ເປີດ​ບ້ານ​ຕ້ອນຮັບ​ການ​ມາ​ຢາມ​ຂອງ ສະໂມສອນ ລາວໂຕໂຢຕ້າ ​ເອັຟຊີ ທີ​ມນຳ​ຕາຕະລາງ, ຜ່ານການແຂ່ງຂັນ ຜົນປາກົດວ່າ ລາວ ​ໂຕ​ໂຢຕ້າ ​ເອັຟຊີ ​ສາມາດລ້າ​ງການ​​ເສຍ​ໄຊໄດ້ສຳເລັດ ດ້ວຍການເອົາຊະນະ ​ໄອ​ດີ​ຊີ ຈຳປາ​ສັກ ຢູ​ໄນ​ເຕັດ ​ໄປ​ 3-2 ​ໄດ້​ເພີ່ມເປັນ 42 ຄະແນນ ພ້ອມຮັກສາ​ຕຳ​ແໜ່​ງຜູ້​ນຳ​ໃນລີຄື​ເກົ່າ
ໃນຂະນະທີ່ຢູ່​ສະໜາມກິລາ​ຫຍ້າ​ທຽມ ລ້ານ​ຊ້າງ ຢູ​ໄນ​ເຕັດ ບ້ານ​ໜອງ​ໄຮ ​ເມືອງ​ຫາດ​ຊາຍ​ຟອງ ​ສະ​ໂມ​ສອນ ເອສ​ເຮັດ​ບີ ວຽງ​ຈັນ ເອັຟຊີ ທີ​ມອັນ​ດັບ 3 ຂອງ​ຕາຕະລາງ ພົບ​ກັບ ​ແຊ້ມ​ເກົ່າ​ທີ່​ຟອມການຫລິ້ນ​ຍກຳລັງ​ຕົກຕ່ຳ​ຄື ສະ​ໂມ​ສອນ ຮວ່າງ​ແອັງ ອັດ​ຕະປື ທີ​ມອັນ​ດັບ 5 ຂອງ​ຕາຕະລາງ, ​ຜົນ​ໃນ​ນັດ​ນີ້ ​ເອສ​ເຮັດ​ບີ ວຽງຈັນ ເອັຟຊີ ເອົາຊະນະ ຮວ່າງແອັງ ອັດຕະປື ເອັຟຊີ ໄປແບບຫວຸດຫວິດ 3-2 ​ໄດ້​ເພີ່ມເປັນ 36 ຄະແນນ ຢູ່ອັນດັບ 3 ຄືເກົ່າ ແຕ່ລົງແຂ່ງຂັນໜ້ອຍກວ່າ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີມອັນດັບ 2 ຂອງຕາຕະລາງ 1 ນັດ
ສະຫລຸບ ຕາຕະລາງຄະແນນ​ໃນ​ວັນ​ທີ 3 ຕຸລາ ມີ​ຄື ອັນດັບ 1 ສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ, ອັນດັບ 2 ລ້ານຊ້າງ ຢູໄນເຕັດ, ອັນດັບ 3 ເອສ​ເຮັດ​ບີ ວຽງຈັນ, ອັນດັບ 4 ຮວ່າງແອັງ ອັດຕະປື, ອັນດັບ 5 ປກສ, ອັນດັບ 6 ໄຟຟ້າລາວ, ອັນດັບ 7 ອິສເຕິນສະຕາ, ອັນດັບ 8 ໄອດີຊີ ຈຳປາສັກ ຢູໄນເຕັດ,​ ອັນດັບ 9 ຊ້າງນ້ອຍ ເອັຟຊີ, ອັນດັບ 10 ສະຫວັນ ເອັຟຊີ ແລະ ອັນດັບ 11 ສະໂມສອນ ເອສຣາ ເອັຟຊີ

12112305_1662778927196581_6661466382636123337_n

ຂອບໃຈຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...