Homeຂ່າວພາຍ​ໃນທີມຊາດລາວ U-19 ເສຍໃຫ້ກັບທີມຊາດອົດສະຕາລີ

ທີມຊາດລາວ U-19 ເສຍໃຫ້ກັບທີມຊາດອົດສະຕາລີ

Published on

ການແຂ່ງຂັນບານເຕະ AFC U-19 Championship qualification ທີ່ລາວເຮົາໄດ້ເຮົາໄດ້ຮັບກຽດເປັນເຈົ້າພາບໃນຮອບແບ່ງກຸ່ມເລີ່ມແຕ່ວັນທີ 2-6 ຕຸລາ 2015​ ນີ້,ນັດທຳອິດ ທີມຊາດລາວພົບກັບທີມຊາດຢີ່ປຸ່ນ ເສຍໄປ 0-2 ປະຕູ ແລະ ໃນວັນທີ 4 ຕຸລາ 2015 ນັດທີ 2 ຂອງການແຂ່ງຂັນຮອບແບ່ງກຸ່ມ ໃນເວລາ 16:00 ໂມງ ທີມຊາດຢີ່ປຸ່ນ ພົບກັບ ທີມຊາດ ຟິລິບປິນ ຜົນປະກົດດວ່າ ຢີ່ປຸ່ນ ເອົາຊະນະໄປໄດ້ແບບຂາດລອຍ 6-0 ປະຕູ, ໃນເວລາ 19:00​ໂມງ ທີມຊາດອົດສະຕາລີ ພົບກັບ ທີມຊາດລາວ ຜົນປະກົດວ່າທີມຊາດລາວເຮົາ ເສຍປະຕູໃຫກັບ ທີມຊາດອົດສະຕາລີ 0-2 ປະຕູ ແລະ ນັດຕໍ່ໄປ ທີມຊາດຢີ່ປຸ່ນ ພົບກັບ ທີມຊາດອົດສະຕາລີ ໃນເວລາ 16:00 ໂມງ ສ່ວນວ່າທີມຊາດລາວ ພົບກັບ ທີມຊາດຟິລິບປິນ ໃນເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ທັງ 2 ຄູ່ ປີ້ເຂົ້າຊົມລາຄາ 10,000 ກີບສາມາດຊື້ໄດ້ໜ້າທາງເຂົ້າ ສຳລັບໃຜທີ່ບໍ່ສາມາດໄປເຊຍຕິດຂອບສະໜາມໄດ້ແມ່ນສາມາດເບີ່ງຜ່ານໂທລະພາບແຫ່ງຊາດລາວຊ່ອງ 3​

12122859_1023670834320520_5949308319929815656_n

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...