Homeຂ່າວການສຶກສານັກຮຽນປະຖົມ 4 ບ້ານເຂດຫ່າງໄກສອກຫລີກ ເມືອງມຸນໄດ້ຮັບເຄື່ອງຊ່ວຍເຫລືອ

ນັກຮຽນປະຖົມ 4 ບ້ານເຂດຫ່າງໄກສອກຫລີກ ເມືອງມຸນໄດ້ຮັບເຄື່ອງຊ່ວຍເຫລືອ

Published on

ທ່ານ ຂາວພອນ ລັດຕະນະວົງ ຜູ້ອໍານວຍການໂຮງງານເຟີນີເຈີ ລັດສະໝີໂຊກ ພ້ອມຄອບຄົວ ແລະ ໝູ່ເພື່ອນໄດ້ມອບອຸປະກອນການຮຽນ ແລະ ເຄື່ອງກິລາ ໃຫ້ແກ່ນັກຮຽນປະຖົມ 4 ບ້ານຄື: ບ້ານທ່າຫີນ, ທ່າກັງ, ຫີນລາດ ແລະ ບ້ານກ້ານເຫລືອງ ເຊິ່ງເປັນບ້ານເຂດຫ່າງໄກສອກຫລີກຂອງເມືອງມຸນລະປາໂມກ ແຂວງຈໍາປາສັກ. ພິທີມອບ-ຮັບອຸປະກອນການຮຽນ ແລະ ເຄື່ອງກິລາໃຫ້ນັກຮຽນປະຖົມ 4 ບ້ານຄັ້ງນີ້ ຈັດຂຶ້ນໃນວັນທີ 24 ກັນຍາ 2015 ຢູ່ວັດບ້ານທ່າກັງ, ໂດຍມີທ່ານ ສໍາລີ ແກ່ນມະນີ ເຈົ້າເມືອງໆມຸນລະປາໂມກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ສຳລັບເຄື່ອງທີ່ນໍາມາມອບຄັ້ງນີ້ມີໂຕະ, ຕັ່ງ 60 ຊຸດ, ເຄື່ອງນຸ່ງນັກຮຽນ 300 ຊຸດ, ເສື້ອຍືດ 100 ຜືນ ແລະ ເກີບ 240 ຄູ່, ນອກນີ້ ຍັງມີປຶ້ມຂຽນ, ບິກ, ສໍ, ບັນທັດ, ເຄື່ອງອຸປະກອນກິລາ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງ ລວມມູນຄ່າ 55 ລ້ານກ່ວາກີບ ເພື່ອໃຫ້ເດັກນ້ອຍໄດ້ມີການພັດທະນາທັກສະດ້ານຕ່າງໆ ລວມທັງພັດທະນາຄວາມຮູ້ຄວາມສາມາດໃຫ້ດີຂຶ້ນໃນຕໍ່ໜ້າ. 4 ບ້ານດັ່ງກ່າວ ມີໂຮງຮຽນປະຖົມ 4 ແຫ່ງ, ມີນັກຮຽນທັງໝົດ 267 ຄົນ, ຍິງ 121 ຄົນ, ມີມັດທະຍົມຕິດແປະ(ມ1-ມ4) 1 ແຫ່ງ, ມີນັກຮຽນ 29 ຄົນ, ຍິງ 10 ຄົນ

Untitled.01.10.2

ພາບແລະຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...