Homeຂ່າວພາຍ​ໃນນັກຟຸດຊໍ ກຽມເຂົ້າຮ່ວມ ຊີງແຊ້ມ ເອເອັຟເອັຟ 2015

ນັກຟຸດຊໍ ກຽມເຂົ້າຮ່ວມ ຊີງແຊ້ມ ເອເອັຟເອັຟ 2015

Published on

ປັດ​ຈຸ​ບັນ ນັກ​ກິລາ​ຟຸດ​ຊໍ​ລາວ ​ໄດ້​ເລັ່ງ​ເຝິກຊ້ອມ​ທາງ​ດ້ານ​ເຕັກນິກ ​ແລະ ທັກ​ສະ​ນະ​ຕ່າງໆ ກໍ​ຄື​ດ້ານ​ພະລະ​ກຳລັງ ​ເພື່ອ​ຮອງ​ຮັບ​ການ​ແຂ່ງຂັນ ​ບານເຕະຊີງ​ແຊ໊ມເອ​ເອັ​ຟ​ເອັ​ຟ ຫລື AFF Futsal Championship 2015 ຈະ​ຈັດ​ຂຶ້ນ​ຢູ່ ສະໜາມໜອງ​ຈອກ ບາງກອກ ປະ​ເທດ​ໄທ ລະຫວ່າງ ວັນ​ທີ 8-16 ຕຸລາ 2015 ນີ້.

ການ​ແຂ່ງຂັນ​ດັ່ງກ່າວ ມີ 10 ທີ​ມ​ເຂົ້າ​ຮ່ວມ ​ແລະ ​ແບ່ງ​ອອກ​ເປັນ 2 ສາຍ ຄື ສາຍ A: ​ທີ​ມຊາດ ໄທ ​ເຈົ້າພາບ, ທີ​ມຊາດ ຕີມໍ​ເລ​ສ​ເຕ, ທີ​ມຊາດ ບຣູ​ໄນ, ທີ​ມຊາດ ມາ​ເລ​ເຊຍ ​ແລະ ທີ​ມຊາດ ສິງກະ​ໂປ, ສ່ວນ​ສາຍ B: ທີ​ມຊາດ ລາວ, ທີ​ມຊາດ ອົສຕຣາລີ, ທີ​ມຊາດ ຫວຽດນາມ, ທີ​ມຊາດ ມຽນມາ ​ແລະ ທີ​ມຊາດ ຟິລິບ​ປິນ.ປັດຈຸບັນ​ນັກ​ກິລາ​​ຟຸດ​ຊໍ​ລາວ ກຳລັງ​ເຝິກ​ຊ້ອມ ທັງ​ທາງ​ດ້ານ​ພະລະ​ກຳລັງ ​ແລະ ​ເຕັກ​ນິກຕ່າງໆ ​ເພື່ອ​ຫວັງ​ສ້າງ​ຜົນງານ​ໃນ​ງານ​ດັ່ງກ່າວ ພ້ອມ​ນຳ​ເອົາ​ປະສົບ​ການ ມາ​ພັດທະນາ​ຕົນ​ເອງ​ໃຫ້​ນັບ​ມື້​ດີ​ຂຶ້ນ.

ກິລາ​ຟຸດ​ຊໍ ​​ເປັນ​ກິລາ​ໃໝ່ຢູ່​ລາວ ​ແລະ ຫາ​ກໍ​ມີ​ການ​ເຄື່ອນ​ໄຫວ​ແຂ່ງຂັນ​ຫວ່າງ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ​ແລະ ຍັງ​ຂາດ​ນັກ​ເຕະບານ ຕະຫລອດ​ຮອດ​ຄູ​ເຝິກ​ທີ່​ໄດ້​ມາ​ດຕະຖານ, ດັ່ງ​ນັ້ນ ຈຶ່ງ​ເຮັດ​ໃຫ້ການ​​ເຂົ້າ​ຮ່ວມ​ແຂ່ງຂັນ​ຢູ່​ຕ່າງປະ​ເທດບໍ່​ທັນ​ມີ​ຜົງານ​ດີ​ເທົ່າ​ທີ່​ຄວນ.

futsal.01.10.15.1

ຂອບໃຈຂ່າວແລະພາບ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...