spot_img
Homeປ່ອງຢ້ຽມດວງດາວຊັອກໂລກ! ສະຕີເຟັ່ນ ຮອກກິ້ງເຕືອນ ເອລ່ຽນ ສາມາດບຸກໂລກຢຶດເປັນອານານິຄົມ

ຊັອກໂລກ! ສະຕີເຟັ່ນ ຮອກກິ້ງເຕືອນ ເອລ່ຽນ ສາມາດບຸກໂລກຢຶດເປັນອານານິຄົມ

Published on

EyWwB5WU57MYnKOuXqzDS0FUpybB28QToPjOLgXqpKtTdtV3ZFKHyM

ສາດສະດາຈານສະ​ຕີ​ເຟັ່ນ ຮອກ​ກິ້ງ ນັກ​ທິດສະດີ​ຈັກກະວານ​ວິທະຍາ​ຊື່​ດັ່ງ​ທີ່ສຸດ​ແຫ່ງ​ຍຸກ ເຕືອນ​ດັງ​ໆ ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຄວາມ​ກ້າວ​ໜ້າຂອງ​ມະນຸດ​ຕ່າງ​ດາວ​ຈະ​ສາມາດ​ມາ​ບຸກ​ໂລກ​ໄດ້ ຖ້າ​ເຖິງ​ມື້​ນັ້ນຕອນໃດ ໂລກ​ຂອງ​ເຮົາ​ຈະ​ກາຍ​ເປັນ​ອາ​ນາ​ນິ​ຄົມ​ຂອງ​​ເອ​ລ່ຽນ ບໍ່​ຕ່າງ​ຈາກ​ສະໄໝ​ໂຄ​ລຳ​ບັດ ຄົ້ນ​ພົບທະ​ວີບອາ​ເມ​ຣິ​ກາ ແນະ​ທາງ​ອອກ ຮີບ​ຊອກ​ຫາ ‘ເຮືອນ​ໃໝ່’ ເທິງ​ດາວ​ດວງ​ອື່ນ
ເມື່ອ​ວັນທີ່ 1 ຕຸລາ  ສື່​ຕ່າງ​ປະເທດ ລວມ​ທັງ​ເວັບ​ໄຊຕ໌ ເດິ ມິ​ເລີ ອອນ​ໄລນ໌ ລາຍ​ງານ​ເລື່ອງ​ທີ່​ສ້າງ​ຄວາມ​ແຕກຕື່ນ​ໃຫ້​ແກ່​ມະນຸດ​ອີກ​ເທື່ອ ເມື່ອ ສະ​ຕີ​ເຟັ່ນ ຮອ​ກ​ກິ້ງ ນັກ​ຟິ​ສິກ ​ແລະ ​ນັກ​ຈັກກະວານ​ວິທະຍາ​ຊື່​ດັ່ງ ເຊີ່ງ​ໄດ້ຮັບ​ການ​ຍົກ​ຍ້ອງ​ເປັນ​ນັກ​ວິທະຍາ​ສາດ​ອັດ​ສະ​ລິ​ຍະ​ຜູ້​ຍິ່ງ​ໃຫຍ່​ຂອງ​ໂລກ​ໃນຍຸກ​ນີ້ ກ່າວເຖິງ​ເລື່ອງ​ໃໝ່​ໆ ກ່ຽວກັບ​ວິທະຍາການຂອງ​ມະນຸດ​ຕ່າງ​ດາວ ຫຼື ​ເອ​ລ່ຽນ ເປັນ​ເທື່ອ​ທຳອິດຫຼັງ​ຈາກ​ສາດ​ສະດາ​ຈານ​ຮອກກິ້ງ​ໄດ້​ສຶກ​ສາ​ຄົ້ນ​ຄວ້າ​ເພື່ອ​ພະຍາຍາມ​ໄຂ​ປິດສະ​ໜາ​ຂອງ​ສຸ​ລິ​ຍະ​ຈັກກະວານ​ມາ​ຍາວນານ​ວ່າ ຖ້າ​ມະນຸດ​ຕ່າງ​ດາວ​ມາຍັງ​ໂລກ​ຂອງ​ເຮົາ​ແທ້ ໂລກ​ອາດ​ຍອມແພ້​ ແລະ ​ຕົກ​ຢູ່ໃນ​ສະຖານະ​​ເປັນ​ອາ​ນາ​ນິ​ຄົມ​ຂອງ​ມະນຸດ​ຕ່າງ​ດາວ​ເຫຼົ່າ​ນັ້ນ

NjpUs24nCQKx5e1D68HXyFRSUpf3Aq00SoTbJEYnaG8

‘ຖ້າ​ເອ​ລ່ຽນ​ມາ​​ໂລກ​ຂອງ​ເຮົາ ຜົນ​ລັບ​ທີ່​ຈະ​ຕາມ​ມາ ກໍ​ຄືຊິຄ້າຍ​ກັບ​ເຫດການ​ທີ່ ຄິດ​ສ໌ໂຕ​ເຟີ ໂຄ​ລຳ​ບັດ ແລ່ນ​ເຮືອ​ໄປ​ພົບທະ​ວີ​ບອາ​ເມ​ຣິ​ກາ ເຊີ່ງ​ບໍ່​ເປັນ​ຜົນດີີ​ຕໍ່​ຊົນ​ພື້ນ​ເມືອງ​ດັ່ງ​ເດີມ​ທີ່​ອາໄສ​ຢູ່​ບ່ອນນັ້ນ’ ສາດ​ສະດາ​ຈານ​ຮອກ​ກິ້ງ ກ່າວ​ກັບ​ນັກ​ຂ່າວ​ຂອງ El Pais ພ້ອມ​ກັນ​ບອກວ່າ ຄວາມ​ກ້າວ​ໜ້າ​ທາງ​ເທກ​ໂນ​ໂລ​ຍີ ຂອງ​ມະນຸດ​ຕ່າງ​ດາວ ບາງ​ທີ​ຄື​ການ​ສາມາດ​​ເດີນທາງ​ໃນ​ຈັກກະວານ ຊອກ​ຫາ​ດາວ​ເຄາະ​ທີ່​ພວກເຂົາ​ສາມາດ​ເດີນທາງ​ໄປ​ເຖິງ ຈາກ​ນັ້ນ​ກໍ​ຈະ​ບຸກ​ຢຶດ​ ແລະ​ ຄອບຄອງ​ເປັນ​ອາ​ນາ​ນິຄົມ

NjpUs24nCQKx5e1D68HXyFRSUpf3Aq34oyhEo3c7Q4k

ສາດ​ສະດາ​ຈານ​ຮອກ​ກິ້ງ ເຊີ່ງ​ດຳ​ລົງ​ຕຳແໜ່ງ ຜູ້​ອຳ​ນວຍ​ການ​ສູນ ວິ​ໄຈ​ທິດສະດີ​ຈັກກະວານ​ວິທະຍາ​ແຫ່ງ​ມະຫາ​ວິທະຍາ​ໄລ​ເຄ​ມບ​ຣິດຈ໌ ປະເທດ​ອັງ​ກິດ ຍັງ​ອະທິບາຍ​ເຖິງ​ໂອ​ກາດ​ທີ່​ດີ​ທີ່ສຸດ​ໃນ​ການ​ຢູ່​ລອດ​ຂອງ​ມະນຸດ​ຄື​ການ​ຫາ ‘ເຮືອນ​ໃໝ່’ ເທິງ​ດາວ​ເຄາະ​ດວງ​ອື່ນ ພ້ອມ​ເຕືອນ​ວ່າ ມີ​ຄວາມ​ສ່ຽງ​ທີ່​ກຳ​ລັງ​ສູງ​ຂຶ້ນ​ເລື້ອຍ​ໆ ທີ່​​ໄພ​ດັ່ງ​ກ່າວ​ຈະ​ທຳລາຍ​ໂລກ ດ້ວຍ​ເຫດ​ນີ້ ພວກເຂົາ​ຈຶ່ງ​ຕ້ອງ​ການ​ໃຫ້​ເຮົາໄດ້​ຄິດ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສົ່ງ​ຍາ​ນອາວະ​ກາດ​ໄປ​ນອກ​ໂລກ

ນອກ​ນີ້ ການ​ອອກ​ມາ​ເຕືອນ​ມະນຸດ​ເທິງ​ໂລກ​ເທື່ອ​ນີ້​ຂອງ​ສາດສະ​ດາ​ຈານ​ຮອ​ກ​ກິ້ງ ໄວ 73 ປີ ມີ​ຂຶ້ນ​ພຽງ​ບໍ່​ຈັກ​ມື້ ຫລັງ​ຈາກ ອົງ​ການ​ບໍລິຫານ​ການ​ບິນ ​ແລະ ​ອາ​ວະ​ກາດ​ແຫ່ງ​ຊາດ​ຂອງສະ​ຫາລັດ ຫຼື ​ນາ​ຊ່າ ຫາກໍ່​ອອກ​ມາ​ປະ​ກາດ​ເລື່ອງ​ທີ່​ສ້າງ​ຄວາມ​ຕື່ນ​ເຕັ້ນ​ວ່າ​ພົບ​ຫຼັກ​ຖານ​ສຳຄັນ​ວ່າ​ມີ​ຂອງ​ບໍ່ໄວ້ວາງໃຈ​ເປັນ​ໄລຍະ​ເທິງ​ດາວ​ອັງ​ຄານ ແລະ​ ກ່ອນ​ໜ້າ​ນັ້ນ ເອັດ​ເວີ​ດ ສະ​ໂນວ໌​ເດນ ອະ​ດີ​ດພະ​ນັກ​ງານ​ສັນຍາ​ຈ້າງ​ຂອງ​ສຳ​ນັກ​ງານ​​ແຫ່ງ​ຊາ​ດສະ​ຫາລັດ (ເອັນ​ເອດ​ເອ) ທີ່​ອອກ​ມາ​ເປີດ​ເຜີຍ​ເອັນ​ເອດ​ເອ​ໄດ້​​ລັກຂໍ້​ມູນ​ສ່ວນ​ຕົວ​ຂອງ​ຊາວ​ໂລກ​ຈົນ​ພວກເຂົາ​ຕ້ອງ​ລີ້ໄພ​ໄປ​ຢູ່ໃນ​ຣັດ​ເຊຍ ຍັງ​ອອກ​ມາ​ເປີດ​ເຜີຍ​ເລື່ອງ​ຊັອກ​ໂລກ​ເມື່ອ​ໄວ​ໆ ນີ້​ວ່າ​ມະນຸດ​ຕ່າງ​ດາວ​ນອກ​ໂລກ​ກຳ​ລັງ​ພະຍາຍາມ​ຈະ​ຕິດ​ຕໍ່​ໂລກ​ຂອງ​ເຮົາ​ຢູ່ໃນ​ຕອນ​ນີ້

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...