Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດຈາກເຫດຢຽບກັນຕາຍຢູ່ ອາຣັບບີ ຊາອຸດິດ ເພີ່ມຂຶ້ນເກືອບພັນຄົນ!

ຍອດຜູ້ເສຍຊີວິດຈາກເຫດຢຽບກັນຕາຍຢູ່ ອາຣັບບີ ຊາອຸດິດ ເພີ່ມຂຶ້ນເກືອບພັນຄົນ!

Published on

558000011461201

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ຕຸລານີ້ວ່າ ບັນດາປະເທດຕ່າງໄດ້ອອກມາລະບຸ ຕົວເລກນັກສະແຫວງບຸນຢຽບກັນຕາຍໃນພິທີຮັດ ຢູ່ປະເທດອາຣັບບີ ຊາອຸດິດ ຍັງຄົງເພີ່ມຂຶ້ນ ແລະ ມີຍອດຜູ້ສູນຫາຍອີກຫລາຍຮ້ອຍຄົນ ນັບຕັ້ງແຕ່ເກີດເຫດເມື່ອ 2 ອາທິດຜ່ານມາ ໂດຍທາງການອາຣັບບີ ຊາອຸດິດ ໄດ້ອອກມາລະບຸວ່າ ຕົວເລກຜູ້ເສຍຊີວິດທັງໝົດແມ່ນ 769 ຄົນ ແລະ ບາດເຈັບ 934 ຄົນ, ແຕ່ບັນດາປະເທດຕ່າງໆທີ່ມີນັກສະແຫວງບຸນເດີນທາງເຂົ້າຮ່ວມໃນພິທີດັ່ງກ່າວ ລວມ 23 ປະເທດ ໄດ້ອອກມາລະບຸຕົວເລກຜູ້ເສຍຊີວິດ ຊຶ່ງລວມກັນຫລາຍກ່ວາ 940 ຄົນ ແລະ ຍັງມີສົບທີ່ຍັງສູນຫາຍອີກປະມານ 600 ຄົນ.

ທາງການອີຣ່ານ ໄດ້ອອກມາກ່າວໂທດຕໍ່ອາຣັບບີ ຊາອຸດິດ ເຖິງໂຫດໂສກນາຕະກຳດັ່ງກ່າວນີ້ວ່າ ຂາດຄວາມຮັບຜິດຊອບໃນການຮັກສາຄວາມປອດໄພ ແລະ ການດຳເນີນການຂອງທາງການຫລົ້ມເຫລວ.

EyWwB5WU57MYnKOuXqzDtnmPnEcudhAKHDBMTdoeN4DM7XthUgQMUk

ທັງນີ້, ພິທີຮັດ ເປັນພິທີກຳທາງສາສະໜາອິດສະລາມ ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ປະເທດອາຣັບບີ ຊາອຸດິດ ໂດຍມີນັກສະແຫວງບຸນຊາວມຸດສະລິມຈາກທົ່ວໂລກ ເທີນທາງເຂົ້າມາຮ່ວມໃນພິທີດັ່ງກ່າວຈຳນວນຫລາຍລ້ານຄົນໃນແຕ່ລະປີ ຊຶ່ງເຫດການທີ່ເກີດຂຶ້ນໃນປີນີ້ ແມ່ນລະຫວ່າງທີ່ນັກສະແຫວງບຸນກຳລັງເດີນທາງປະກອບພິທີແກວ່ງກ້ອນຫີນໃສ່ເສົາສາມຕົ້ນ ທີ່ຕາແສງມີນາ ໃກ້ກັບ ນະຄອນເມັກກະ ຂອງ ອາຣັບບີ ຊາອຸດິດ ແລ້ວເກີດແຕກຕື່ນຢຽບກັນຕາຍ ພາຍໃນກຸ່ມນັກສະແຫວງບຸນທີ່ຢູ່ຮ່ວມກັນໜາແໜ້ນ.

Throngs_of_people_-_Flickr_-_Al_Jazeera_English
ພາບມວນຊົນຊາວມຸດສະລິມ ກຳລັງປະກອບພິທີຮັດ ທີ່ນະຄອນເມັກກະ ປະເທດອາຣັບບີ ຊາອຸດິດ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...