Homeຂ່າວຍົນຕົກດ່ວນ! ເຮືອບິນລຳລຽງສະຫະລັດ ຕົກຢູ່ອັບການິສະຖານ ເສຍຊີວິດລວມ 11 ຄົນ!

ດ່ວນ! ເຮືອບິນລຳລຽງສະຫະລັດ ຕົກຢູ່ອັບການິສະຖານ ເສຍຊີວິດລວມ 11 ຄົນ!

Published on

558000011471701

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 2 ຕຸລານີ້ວ່າ ເກີດເຫດເຮືອບິນລຳລຽງ Lockheed C-130 Hercules ຂອງສະຫະລັດອາເມຣິກາ ຕົກທີ່ສະໜາມບິນເມືອງຈາລາລາບັດ ທາງພາກຕາເວັນອອກສຽງເໜືອຂອງປະເທດອັບການິສະຖານ ຕອນເຊົ້າເດິກຂອງມື້ນີ້ (2 ຕຸລາ) ເປັນເຫດເຮັດໃຫ້ທະຫານອາເມຣິກາເສຍຊີວິດ 6 ຄົນ ແລະ ມີຜູ້ໂດຍສານຊຶ່ງເປັນພະນັກງານສັນຍາຈ້າງອີກ 5 ຄົນ ລວມຜູ້ເສຍຊີວິດທັງໝົດ 11 ຄົນ.

ດ້ານເຈົ້າໜ້າທີ່ສະຫະລັດອາເມຣິກາ ຍັງບໍ່ທັນຮູ້ຢ່າງຊັດເຈນເຖິງສາເຫດຂອງເຮືອບິນຕົກດັ່ງກ່າວ ຊຶ່ງກຳລັງດຳເນີນການສືບສວນວ່າ ເຮືອບິນຖືກຍິງຕົກຈາກການໂຈມຕີຂອງກຸ່ມຕິດອາວຸດ ຫລື ບໍ່.

558000011471702

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...