Homeຂ່າວຕ່າງປະເທດຈີນສະເຫລີມສະຫລອງວັນຊາດ ຄົບຮອບ 66 ປີ

ຈີນສະເຫລີມສະຫລອງວັນຊາດ ຄົບຮອບ 66 ປີ

Published on

400.4113071624

ຂປລ.ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 1 ຕຸລາ 2015,ຢູ່ນະຄອນຫລວງປັກກິ່ງ ທ່ານ ຫລີ່ ​ເຄີ​ຊຽງ, ນາຍົກ​ ລັດຖະມົນຕີ​ຈີນ ​ໄດ້​ກ່າວ ​ໃນ​ງານ​ລ້ຽງ ​ສະ​ເຫລີ​ມ ສະຫລອງ ​ວັນຊາດ​ຈີນ​ ຄົບຮອບ 66 ປີ ວ່າ: ກາ​ນພັດທະນາ ​ແນວທາງ​ ພື້ນຖານ ​​ໃຫ້​ປະຊາຊົນ​ຈີນ ​ຈະ​ເລີມ​ ຮຸ່ງ​ເຮືອງ​ຂຶ້ນ ​ແລະ ການ​ປະຕິ​ຮູບ ​​ປະ​ເທດ​ ​ໃນການ​ພັດທະນາ ຢ່າງ​ເຂັ້ມ​ແຂງ.

ທ່ານ ຫລີ່ ​ເຄີ​ຊຽງ ​​ໄດ້​ຍົກ ​ໃຫ້​ເຫັນ​ເຖິງ ຜົນສຳ​ເລັດ​ ໃນ​ການ​ ພັດທະນາ ​ປະ​ເທດ ​ໄລຍະ​ເວລາ 66 ປີ ນັບ​ແຕ່​ ສະຖາ ປະນາ​ເປັນ ​ສາທາ ລະນະ​ລັດ ປະຊາຊົນ ​ຈີນ ​ເປັນຕົ້ນມາ ​ເຮັດ​ໃຫ້​ ບົດບາດ​ຂອງ​ຈີນ ​ໄດ້​ກ້າວ​ຂຶ້ນ ​ໃນ​ເວທີ​ ສາກົນ​ ​ແລະ ປະຊາຊົນ​ຈີນ ​ທົ່ວ​ໄປ ມີ​ຄຸນ​ນະພາ​ບ ຊີວິດ ​ການ​ເປັນ​ຢູ່​ ທີ່​ດີ​ຂຶ້ນ ຂະນະທີ່ ຍອດມູນຄ່າ ເສດຖະກິດ ຂອງຈີນ ຢູ່ໃນລະດັບ 10.000.000 ລ້ານໂດລາ ສະຫະລັດ ແລະ ສາມາດ ຊຸກຍູ້ ໃຫ້ເສດຖະກິດ ຂະຫຍາຍຕົວ ບໍ່ຫລຸດ 7%. ນອກນີ້ ຈີນ ຈະລົງເລິກ ການປະຕິຮູບ ໃນທຸກດ້ານ ພ້ອມທັງ ເຂົ້າຮ່ວມ ການແຂ່ງຂັນ ແລະ ຮ່ວມມື ລະຫວ່າງ ປະເທດ ຢ່າງຮອບດ້ານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...