Homeຂ່າວເຫດການອົງຄະນະພັກ ຫລບ ເລືອກຕັ້ງຜູ້ແທນຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ອົງຄະນະພັກ ຫລບ ເລືອກຕັ້ງຜູ້ແທນຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

Published on

IMG_1852.01.10.3

ຂປລ.ກອງ​ປະຊຸມ​ຕົວ​ແທນ​ສະມາຊິກ​ພັກຂອງ​ອົງຄະ​ນະ​ພັກ​ ຫ້ອງ​ວ່າການ​ລັດຖະບານ (ຫລບ) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ ​ຂອງ​ວັນ​ທີ 1 ຕຸລາ 2015 ທີ່​ຫ້ອງ​ປະຊຸມ​ໃຫຍ່​ ຂອງ​ ຫລບ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ສະຫາຍ ສອນ​ໄຊ ສີ​ພັນ​ດອນ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ, ຫົວໜ້າ​ ຫລບ. ​ໂດຍ​​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ທອງ​ສິງ ທຳ​ມະ​ວົງ ກຳມະການ ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ. ມີ​ບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ; ບັນດາ​ສະຫາຍ​ກໍາມະການ​ສູນ​ກາງ​, ລັດຖະມົນຕີ​ປະ​ຈໍາ​ ຫລບ, ບັນດາ​ຄະນະ​ພັກ, ພະນັກງານ​ອາວຸ​ໂສ​ບໍານານ, ບັນດາສະມາຊິກ​ພັກ-​ພະນັກງານ ພ້ອມດ້ວຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ສະຫຼຸບຕີ​ລາຄາການ​ເຄື່ອນ​ໄຫວ ​ຊີ້​ນໍາ-​ນໍາພາ ຂອງ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ III ເຖິງປະຈຸບັນ ແລະ ທິດທາງໃນຕໍ່ໜ້າ ຈາກ​ສະຫາຍ ສອນ​ໄຊ ສີ​ພັນ​ດອນ. ພ້ອມທັງປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງ​ພັກ, ​ເຊິ່ງມີ​ຜູ້​ລົງ​ສະໝັກເລືອກ​ຕັ້ງ ຈຳນວນ 8 ສະຫາຍ ທີ່​ເປັນ​ຕົວ​ແທນ​ສະມາຊິກ​ພັກ ​ທົ່ວ​ຫ້ອງ​ວ່າການ​ລັດຖະບານ ຈໍານວນ 328 ສະຫາຍ, ​ເລືອກ​ເອົາ 5 ສະຫາຍ ​ເປັນ​ຍິງ 3 ສະຫາຍ ຄື : ສະຫາຍ ສົມ​ສະໜິດ ສຸວັນນະ​ລາດ; ສະຫາຍ ນາງ. ບຸບຜາ ​ເຄນ​ວົງ​ດາລາ; ສະຫາຍ ດຣ. ນາງ ວຽງສະຫວັນ ດວງ​ສະຫວັນ, ສະຫາຍ ນາງ. ບົວ​ທາ ຂັດ​ທິຍະ; ສະຫາ​ຍ ຮສ.ດຣ. ສິງ ​ເມ​ໂນ​ລາດ ​ແລະ ​ເລືອກ​ໄດ້ຜູ້​ແທນ ສໍາຮອງ ຈຳນວນ 2 ສະຫາຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...