Homeຄົມຄິດຄົມຄົນເບິ່ງໂລກແບບສຸທັດ ຕອນທີ 1

ເບິ່ງໂລກແບບສຸທັດ ຕອນທີ 1

Published on

ສຸທັດ ສີພົມ

ເຮັດແນວດີໆ ເລັກໆ ນ້ອຍໆ ບໍ່ມີຊື່ ບໍ່ມີຄົນຈົດຈຳ ເັຮດດ້ວຍໃຈບໍລິສຸດເລື້ອຍມາ
—————————————–
ເບິ່ງໂລກແບບຂ້ອຍເບິ່ງຈັ່ງໃດ
ຄືດັ່ງເຄີຍໃຫ້ສຳພາດນັ້ນລະວ່າ ຊີວິດທີ່ເລືອກເກີດບໍ່ໄດ້ ລົດຊາດມັນເຂັ້ມຍິ່ງກວ່າເລືອດ, ຊີວິດຂ້ອຍສູ້ພໍໆ ກັບນັກຮົບໃນສະໝໍລະພູມ, ອາວຸດທີ່ໃຊ້ຄື ວິຊາຂອງພະພຸດທະເຈົ້າ.
ຄວາມຮູ້… ອາດຈະຄຸ້ມກະດອງຫົວບໍ່ໄດ້ຕະຫຼອດເວລາ ແຕ່ຄວາມດີ ຄຸ້ມຄອງເຮົາໄດ້ທັງພົບນີ້ແລະພົບໜ້າ
ຂ້ອຍເຊື່ອວ່າ ບຸນກຳທີ່ເຮົາເຮັດ ເຮັດ ແລະເຮັດ ມາ ບໍ່ຕ້ອງຖ້າຮອດຊາດໜ້າດອກ ມັນຈະເຫັນຜົນໃນຊາດນີ້ແນ່ນອນ

ຂໍພຽງເຮົາເຊື່ອ ແລະສັດທາ ໂດຍປາສະຈາກຄວາມສົງໄສລັງເລ
ທຳຄວາມດີກໍຂໍໃຫ້ທຳດ້ວຍໃຈບໍລິສຸດ ບໍ່ຕ້ອງຄາດຫວັງວ່າຈະໄດ້ ເພາະເຮົາເຊື່ອແລະສັດທາໃນຄວາມດີຢູ່ແລ້ວ
ເຊັ່ນເຮົາເຮັດວຽກຊ່ວຍໃຜຈັກຄົນໜຶ່ງ ຫຼືມອບສິ່ງດີໆ ມີຄ່າໃຫ້ໃຜຈັກຄົນ ຖ້າເຮົາມີໃຈຄາດຫວັງວ່າ ເຂົາຈະຊ່ວຍເຮົາຫຼື ຕ້ອງໃຫ້ເຮົາຕອບແທນໃນວັນຂ້າງໜ້າ ສະແດງວ່າເຮົາບໍ່ໄດ້ໃຫ້ດ້ວຍໃຈບໍລິສຸດ
ພະພຸດທະເຈົ້າຕັດວ່າ ມີອານິສົງໜ້ອຍ ມີຜົນໜ້ອຍ
ຂ້ອຍນັ່ງຢ້ອນລຳລຶກຄວາມດີງາມທີ່ເຄີຍສ້າງມາ
ເຄີຍຊ່ວຍຜູ້ນັ້ນຜູ້ນີ້ ບາງຄົນກໍບັນລຸຕາມເປົ້າໝາຍ
ຂ້ອຍບໍ່ເຄີຍຄາດຫວັງວ່າ ຂ້ອຍຈະຕ້ອງໄດ້ກັບຄືນ ຂ້ອຍຂໍອຸທິດຄວາມດີເຫຼົ່ານັ້ນ ແດ່…ດ້ວຍໃຈບໍລິສຸດ
ແລະສິ່ງທີ່ຂ້ອຍໄດ້ຮັບກັບມາ ກໍຖືວ່າເປັນຄວາມຍິ່ງໃຫຍ່ ຈາກຄວາມດີທີ່ເຮົາສ້າງມາ ດ້ວຍໃຈບໍລິສຸດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...