Homeຂ່າວພາຍ​ໃນລາວສົ່ງນັກກິລາເຍົາວະຊົນເຂົ້າຮ່ວມການແຂ່ງຂັນຣັກບີ້ທີ່ປະເທດອັງກິດ

ລາວສົ່ງນັກກິລາເຍົາວະຊົນເຂົ້າຮ່ວມການແຂ່ງຂັນຣັກບີ້ທີ່ປະເທດອັງກິດ

Published on

ວັນທີ 28 ກັນ­ຍາຜ່ານມາທີ່ສະ­ຖານ­ທູດອັງ­ກິດ ນະ­ຄອນ­ຫຼວງວຽງຈັນ ໄດ້ມີພິ­ທີຕ້ອນ­ຮັບສະ­ຫະພັນກິ­ລາຣັກບີ້ແຫ່ງຊາດລາວກໍຄື ນັກ­ກິ­ລາຣັກບີ້ອາ­ຍຸ 13 ປີ ໂດຍມີ ຊື່ທີມພະ­ຍານາກນ້ອຍເພື່ອໄປຮ່ວມແຂ່ງ­ຂັນໃນມະຫະກຳຊ່ວຍເຫຼືອການ­ທ່ອງ­ທ່ຽວຂອງຣັກບີ້ ແລ ະການແຂ່ງ­ຂັນຣັກບີ້ໂລກ 2015 ທີ່ປະ­ເທດອັງ­ກິດ ໂດຍໃຫ້ ກຽດເຂົ້າຮ່ວມ ຣູ່ ອີວານ ເອກອັກຄະຣາ­ຊະ­ທູດອັງ­ກິດປະ­ຈຳລາວ ພ້ອມດ້ວຍທີມງານສະ­ຫະ­ພັນຣັກບີ້ ແລະ ນັກ­ກີ­ລາເຂົ້າຮ່ວມ.

ທ່ານທູດໄດ້ກ່າວວ່າ: ການເຂົ້າຮ່ວມການແຂ່ງ­ຂັນຄັ້ງນີ້ແມ່ນເນັ້ນໃຫ້ເຫັນເຖິງວ່າຣັກບີ້ໄດ້ເຮັດໃຫ້ອັງກິດ ແລະ ລາວຍິ່ງໃກ້­ຊິດກັນຫຼາຍຂຶ້ນທັງລາວ ແລະ ອັງ­ກິດມີປະ­ຫວັດກ່ຽວກັບຣັກບີ້ມາຍາວນານ ແລະ ທັງສອງປະ­ເທດແນ່­ນອນວ່າໄດ້ ຮັບຜົນປະ­ໂຫຍດຈາກການແລກປ່ຽນດ້ານວັດ­ທະ­ນະ­ທຳຄືດັ່ງ­ກ່າວ.

ສຳ­ລັບການເດີນ­ທາງໄປແຂ່ງຂັນຄັ້ງນີ້ແມ່ນຈະໃຊ້ເວ­ລາທັງໝົດ 10 ວັນ ຊຶ່ງນັກ­ກີິລາຈະຢູ່ກັບຄອບຄົວຂອງນັກ­ຮຽນຈາກໂຮງ­ຮຽນ ຊູເບີຣີ ແລະ ຈະແຂ່ງ­ຂັນຮ່ວມກັບທີມອາ­ຍຸ 15 ປີຂອງທີມເຈົ້າບ້ານ ໂດຍຈະມີການແຂ່ງ­ຂັນກັນ 9 ທີມ ຈາກບອສວານາ, ໂຄລົມເບຍ, ຮົງກົງ, ອິນເດຍ, ເຄັນຢາ, ອາຟຣິກກາໃຕ້, ສະວາຊິແລນ ແລະອູກັນດາ.

ໃນການແຂ່ງ­ຂັນທົວນາເມັນສອງວັນໃນເກມສຸດທ້າຍໃນເທ­ດສະການ ເຊີ່ງນັກກິ­ລາລາວຈະມີໂອກາດຫຼິ້ນຄົນລະຟາກກັບສອງທີມທີ່ໄດ້ຄັດເລືອກ ປະ­ກອບມີຜູ້ຫຼິ້ນຈາກແຕ່ລະທີມ ໂດຍຈະໄດ້ຮັບການແນະ­ນຳ ຫຼື ຄູຝຶກໂດຍ ເຊສເຕີ ວິນລຽມ ອະ­ດີດນັກ­ກີ­ລາ ທີມຊາດອາຟຣິກກາໃຕ້, ອັງ­ກິດ ແລະ ໄອແລນ.

12096186_995119757176495_7974294616003544865_n

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...