Homeຂ່າວພາຍ​ໃນສປ ຈີນ ຍັງຄອງແຊັ້ມອັນດັບໜຶ່ງ​ ລົງທຶນໃນ ສປປ ລາວ!

ສປ ຈີນ ຍັງຄອງແຊັ້ມອັນດັບໜຶ່ງ​ ລົງທຶນໃນ ສປປ ລາວ!

Published on

china invesment

ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ດຣ ບຸນທະວີ ສິສຸພັນທອງ ໄດ້ກ່າວໃນກອງປະຊຸມທຸລະກິດການຄ້າ ແລະ ການລົງທຶນລາວ–ຈີນ ທີ່ເມືອງໜານນິງ, ແຂວງກວາງຊີ ສປຈີນ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນຕົວເລກການລົງທຶນຂອງຕ່າງປະເທດຢູ່ລາວບັນລຸຫລາຍກວ່າ 25 ຕື້ໂດລາສະຫະລັດ, ຈາກນັກລົງທຶນ 53 ປະເທດ,ໃນນັ້ນ ສປຈີນ ເປັນອັນດັບໜຶ່ງໃນການລົງທຶນຢູ່ລາວມີຫລາຍກວ່າ 761 ໂຄງການ,ມີມູນຄ່າຫລາຍກວ່າ 6 ຕື້ໂດລາສະຫະລັດ,ໃນຂະແໜງພະລັງງານ ແລະ ບໍ່ແຮ່, ກະສິກໍາ, ອຸດສະຫະກໍາ, ຫັດຖະກໍາ, ການບໍລິການ ແລະ ອື່ນໆ,ເຊິ່ງເປັນຜົນມາຈາກນະໂຍບາຍການເປີດກວ້າງການລົງທຶນຕ່າງປະເທດ, ການປັບປຸງບັນດານິຕິກໍາເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ນັບມື້ສອດຄ່ອງ ແລະ ໃນຕໍ່ໜ້າລັດຖະບານຈະເລັ່ງປັບປຸງຫລາຍນິຕິກໍາເພື່ອສ້າງສິ່ງຮອງຮັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກລົງທຶນເຊັ່ນ:ການປະຕິບັດນະໂຍບາຍສົ່ງເສີມ ແລະ ສະໜັບສະໜູນສິດທິພິເສດໃນການດໍາເນີນທຸລະກິດຕ່າງໆອີກດ້ວຍ ເພື່ອຮັບປະກັນໃຫ້ການດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາລາວນັບມື້ເພີ່ມຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...