Home​ຂ່າວທ່ອງທ່ຽວຕາດຊ້າງ ນ້ຳຕົກຕາດທຳມະຊາດທີ່ສວຍງາມ ຂອງພູເຂົາຄວາຍ

ຕາດຊ້າງ ນ້ຳຕົກຕາດທຳມະຊາດທີ່ສວຍງາມ ຂອງພູເຂົາຄວາຍ

Published on

Untitled.01.10.15.1

ຂປລ.ນ້ຳຕົກຕາດຊ້າງແມ່ນໜຶ່ງ ໃນບັນດາແຫລ່ງທ່ອງທ່ຽວທີ່ມີຊື່ສຽງຂອງເມືອງທຸລະຄົມ ແຂວງວຽງຈັນ, ຕາດຊ້າງຕັ້ງຢູ່ຕີນພູເຂົາຄວາຍ ຫ່າງຈາກທາງເລກ10(ທາງແບ່ງຂົວບ້ານນາແພງ)ເຂົ້າໄປປະ ມານ ກວ່າ4ກິໂລແມັດ; ຖ້າອອກຈາກນະຄອນຫລວງວຽງຈັນໄປຕາມທາງເລກ 10 ຜ່ານຂົວທ່າງ່ອນ ຢູ່ຫລັກກິໂລແມັດທີ 58 ມີທາງແວ່ເຂົ້າເບື້ອງຂວາມື​ ເປັນທາງປູຢາງຈົນຮອດ ສະຖານທີ່ພັກຜ່ອນ ເລີຍ.
ເສັ້ນທາງກວ່າ 4 ກິໂລແມັດ ເຂົ້າໄປຫານ້ຳຕົກຕາດຈະຜ່ານໝູ່ບ້ານນາຫວ້າ ແລະ ບ້ານໂພນມ່ວງ, ເມື່ອໃກ້ຈະຮອດຕີນພູມີເສັ້ນທາງຜ່ານ ຄູດິນສູງໃຫຍ່ທີ່ເປັນເຂື່ອນຕັນນ້ຳ ໃນເນື້ອທີ່ຫລາຍສິບເຮັກຕາ ເພື່ອເກັບກັກນ້ຳເອົາໄວ້ໃຊ້ເຂົ້າ ໃນຊົນລະປະທານ ແລະ ກໍເປັນແຫລ່ງທ່ອງທ່ຽວເຊັ່ນດຽວກັນ. ນອກຈາກ​ນີ້ ຍັງ​ມີຕາດຫ້ວຍຫີນລັບ, ຫີນລາຍ ແລະ ຕາດຊາວວາ.

ນ້ຳຕົກຕາດຊ້າງເຖິງມັນຈະຜ່ານມາຫລາຍຮ້ອຍປີແລ້ວກໍຕາມ,ແຕ່ມັນຍັງຮັກສາຄວາມສວຍສົດງົດງາມຂອງທຳມະຊາດ ຢູ່ໃນສະພາບທີ່ບໍ່ມີການປ່ຽນແປງພໍເທົ່າໃດ. ເມື່ອບັນດາທ່ານໄດ້ໄປສຳພັດຕົວຈິງ ຈະມີ ຄວາມຮູ້ສຶກໂລດວ່າ ເຕັມອີ່ມກັບສະພາບແວດລ້ອມທີ່​ສວາຍ​ງາມ ​ແລະ ມີໂງ້ນຫີນເກາະກ່າຍນັ້ນ, ນຳໃສເຢັນໆໄຫລຜ່ານຕະຫລອດ ໃນຊ່ວງລະດູຝົນ, ອ້ອມສອງຝາກຕາດ ຈະເຕັມໄປດ້ວຍຕົ້ນໄມ້ ໃຫຍ່-ນ້ອຍຕັ້ງຢັ້ງຢາຍຢູ່ເປັນແຖວກໍວ່າໄດ້. ເມື່ອທ່ານລອງໄປນັ່ງຫລິ້ນ ຢູ່ໂງ້ນຫີນໃນຍາມບ່າຍ, ແສງແດດຈະສອດສ່ອງມາຕາມຫວ່າງໃບໄມ້​ ແລ້ວກະທົບໃສ່ນ້ຳທີ່ເຊາະໂງ້ນຫີນເປັນຟອງສີຂາວ ເຫລື້ອມ ລະຢິບລະຫຍັບ ປະກາຍອອກມາເໝືອນໝູ່ດາວຢູ່ທ້ອງຟ້າ. ນອກຈາກຄວາມສວຍງາມ​ເຫລົ່າ​ນັ້ນແລ້ວ, ອາກາດກໍຍັງເປັນມິດກັບຜູ້ຄົນທີ່ໄປທ່ອງທ່ຽວ, ຍ້ອນວ່າອາກາດສົດຊື່ນເຢັນສະບາຍມີ ລົມພັດຜ່ານເປັນ ຮູດໆ, ເໝາະສຳລັບກັບຜູ້ຄົນທີ່ເຮັດວຽກງານໜັກ ໃນຫ້ອງລ້າຫ້ອງການຢາກໄປພັກຜ່ອນນັ່ງຫລິ້ນ, ກິນເຂົ້າປ່າ, ສູບອາກາດສົດ, ຊົມວິວທິບທັດທຳມະຊາດ ທີ່ຫາບ່ອນອື່ນໃດມາປຽບໄດ້; ເໝືອນດັ່ງ ບົດເພັງ ພູວຽງ ວາດທະລີສັກ ເຄີຍໄດ້ຮ້ອງເອົາໄວ້ວ່າ: ທຳມະຊາດນ້ຳຕົກຕາດຊ້າງ, ຫ້ວຍຫີນລັບ – ລາຍ ຊາວວາ, ພູຜາປ່າໄມ້ທີ່ຂຽວສົດຊື່ນຕະຫລອດປີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...